• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍການພົວພັນຮ່ວມມື ຫວຽດນາມ-ລາວ-ກຳປູເຈຍ

      ວັນທີ 17 ສິງຫາ, ຢູ່ ຮ່າໂນ້ຍ, ກະຊວງຕຳຫລວດ ຫວຽດນາມ ໄດ້ຈັດຕັ້ງ “ງານພົບປະມິດຕະພາບລະຫວ່າງ ລັດຖະມົນຕີສາມທ່ານຂອງ ຫວຽດນາມ -ລາວ - ກຳປູເຈຍ”. 

ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ສົມແກ້ວ ສີລະວົງ,  
ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລີມ,
ທ່ານ ລັດຖະມົນຕີກະຊວງພາຍໃນ ກຳປູເຈຍ Sar Kheng  (ພາບ: cand.com.vn)
      ກ່າວຄຳເຫັນທີ່ເຫດການ, ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລີມ ໄດ້ຢືນຢັນວ່າ: ກຳລັງປ້ອງກັນຄວາມສະຫງົບລາວ ແລະ ກຳລັງຕຳຫລວດ ກຳປູເຈຍ ຍາມໃດກໍ່ສະຫງວນໃຫ້ກຳລັງຕຳຫລວດປະຊາຊົນ ຫວຽດນາມ ການຮ່ວມມື, ຊ່ວຍເຫລືອຢ່າງສຸດຈິດສຸດໃຈ, ມີປະສິດທິຜົນໃນພາລະກິດປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ. ໃນສະພາບການເຊື່ອມໂຍງເຂົ້າກັບສາກົນຂອງບັນດາປະເທດ ປະຈຸບັນ ນັບມື້ນັບເລິກເຊິ່ງກວ້າງຂວາງນັ້ນ, ການສົມທົບຢ່າງແຫນ້ນແຟ້ນລະຫວ່າງກຳລັງຕຳຫລວດ ປະຊາຊົນ ຫວຽດນາມ ກັບກຳລັງປ້ອງກັນຄວາມສະຫງົບລາວ ແລະ ກຳລັງຕຳຫລວດ ກຳປູເຈຍ ແມ່ນປັດໄຈສຳຄັນ ເພື່ອປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ແຕ່ລະປະເທດ.  ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງພາຍໃນ ກຳປູເຈຍ Sar Kheng  ແລະ ພົນຕີ ສົມແກ້ວ ສີລະວົງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ປາດຖະຫນາວ່າ ໃນໄລຍະຈະມາເຖິງ ການພົວພັນຮ່ວມມືລະຫວ່າງກຳລັງຕຳຫລວດ ແລະ ກຳລັງປ້ອງກັນຄວາມສະຫງົບ 3 ປະເທດ ສືບຕໍ່ພັດທະນາ, ບັນລຸໄດ້ໝາກຜົນຫລາຍຢ່າງໃນບັນດາຂົງເຂດຮ່ວມມື, ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ຮັບປະກັນຄວາມສະຫງົບປອດໄພແຫ່ງຊາດຂອງສາມປະເທດ. 

(ພາບ: cand.com.vn)

 (ພາບ: cand.com.vn)
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top