• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ຫວຽດນາມ ຮັກສາທ່າເຕີບໂຕແຮງໃນສະພາບແງ່ຫວັງທົ່ວໂລກຕົກຕ່ຳລົງ

      ທ່າເຕີບໂຕແຮງຂອງປີ 2018 ສືບຕໍ່ໄດ້ຮັບການຮັກສາໃນໄຕມາດ 1 ປີ 2019. ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ການເຕີບໂຕຂອງ ຫວຽດນາມ ຫລຸດລົງ 6,8% ປີ 2019 ແລະ 6,7% ໃນປີ 2020 ແຕ່ຍັງຮັກສາໄດ້ລະດັບການເຕີບໂຕສູງກ່ວາໝູ່ໃນພາກພື້ນ.

 ເສດຖະກິດ ຫວຽດນາມ ຮັກສາທ່າເຕີບໂຕແຮງໃນສະພາບແງ່ຫວັງທົ່ວໂລກຕົກຕ່ຳລົງ
      ເສດຖະກິດ ຫວຽດນາມ ຈະເຕີບໂຕ 6,8% ໃນປີ 2019 ແລະ 6,7% ໃນປີ 2020, ນີ້ແມ່ນການຄາດຄະເນໂດຍທະນາຄານພັດທະນາ ອາຊີ (ADB) ຍົກອອກມາໃນວາລະສານເສດຖະກິດປະຈຳປີລາຍງານແງ່ຫວັງການພັດທະນາ ອາຊີ (ADO) 2019, ພາກກ່ຽວກັບ ຫວຽດນາມ ໄດ້ຮັບການປະກາດໃນວັນທີ 03 ເມສາ ຢູ່ ຮ່າໂນ້ຍ. ທ່ານ ຫງວຽນມິງເກືອງ, ນັກຊ່ຽວຊານເສດຖະກິດຂອງ ADB ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:
        ທ່າເຕີບໂຕແຮງຂອງປີ 2018 ສືບຕໍ່ໄດ້ຮັບການຮັກສາໃນໄຕມາດ 1 ປີ 2019. ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ການເຕີບໂຕຂອງ ຫວຽດນາມ ຫລຸດລົງ 6,8% ປີ 2019 ແລະ 6,7% ໃນປີ 2020 ແຕ່ຍັງຮັກສາໄດ້ລະດັບການເຕີບໂຕສູງກ່ວາໝູ່ໃນພາກພື້ນ. ຕາມການຄາດຄະເນຂອງ ADB ແລ້ວ ໄພເງິນເຟີ້ສືບຕໍ່ໄດ້ຮັບການຄວບຄຸມຢູ່ໃນລະດັບ 3,5% ໃນປີ 2019 ແລະ ອາດຈະເພີ່ມຂຶ້ນ 3,8% ໃນປີ 2020 ຍ້ອນການດັດປັບສິນຄ້າບາງປະເພດໂດຍລັດຄຸ້ມຄອງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຕອນບ່າຍວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງ ຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.

Top