• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ​ປະ​ຊາ​ຊົນ ອາ​ຊຽນ 2020: ສາ​ມັກ​ຄີ​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

ເວທີປາໄສປະຊາຊົນ ອາຊຽນ 2020 (APF 2020) ໂດຍບັນດາອົງການຈັດຕັ້ງປະຊາຊົນ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຂຶ້ນ ໃນລະຫວ່າງວັນທີ 5 – 7 ຢູ່ຮ່າໂນ້ຍ ຜ່ານທາງອອນລາຍ ດ້ວຍຫົວຂໍ້ “ປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ ສາມັກຄີ ເພື່ອປະຊາຊົນກວມລວມ, ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. 

ທ່ານ ຟານແອັງເຊີນ  ຮອງປະທານຜູ້ປະຈຳການ ທັງເປັນ ເລຂາທິການໃຫຍ່ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງ APF 2020 (ພາບ: VOV5)

ວາລະໄຂຖືກດຳເນີນໃນຕອນເຊົ້າວັນທີ 5 ພະຈິກ ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 250 ທ່ານ ເຊິ່ງເປັນຜູ້ຕາງໜ້າບັນດາອົງການຈັດຕັ້ງປະຊາຊົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ຂອງ ຫວຽດນາມ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດທີ່ພວມເຄື່ອນໄຫວຢູ່ຫວຽດນາມ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງປະຊາຊົນ, ອົງການບໍ່ຂຶ້ນກັບລັດຖະບານ ຢູ່ 10 ປະເທດ ອາຊຽນ ກວ່າ 800 ທ່ານ. 

ທ່ານ ຟານແອັງເຊີນ, ຮອງປະທານຜູ້ປະຈຳການ ທັງເປັນ ເລຂາທິການໃຫຍ່ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງ APF 2020 ໃຫ້ຮູ້ວ່າ:

        “ເປົ້າໝາຍຕົ້ນຕໍຂອງ APF ແມ່ນເພີ່ມທະວີຄວາມສາມັກຄີ, ການຮ່ວມມືລະຫວ່າງ ປະຊາຊົນບັນດາປະເທດ ອາຊຽນ ເພື່ອ ປະຊາຄົມ ອາຊຽນ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ພັດທະນາ. ນອກຈາກນັ້ນ, ເວທີປາໄສຄັ້ງນີ້ ຍັງໄດ້ປຶກສາຫາລືກ່ຽວກັບການສົມທົບລະຫວ່າງ ບັນດາອົງການຈັດຕັ້ງປະຊາຊົນຂອງບັນດາປະເທດ ອາຊຽນ, ພິເສດແມ່ນການສົມທົບກັບລັດຖະບານບັນດາປະເທດ ເພື່ອຮັບມືກັບໂລກລະບາດ ແລະ ຟື້ນຟູເສດຖະກິດ. ການຮັບມື ແລະ ຟື້ນຟູພາຍຫຼັງໂລກລະບາດບໍ່ພຽງແຕ່ແມ່ນໜ້າທີ່ຂອງລັດຖະບານບັນດາປະເທດເທົ່ານັ້ນ ຫາກຍັງມີການປະກອບສ່ວນຢ່າງຫຼວງຫຼາຍຈາກປະຊາຊົນ ແລະ ບັນດາອົງການຈັດຕັ້ງປະຊາຊົນ ອາຊຽນ ອີກດ້ວຍ.”

        ທີ່ APF 2020, ຜູ້ແທນບັນດາປະເທດ ໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາຫົວຂໍ້: “ສັນຕິພາບ - ຄວາມໝັ້ນຄົງ; ສິດທິມະນຸດ; ການປ່ຽນແປງໃໝ່, ເຕັກໂນໂລຢີໃໝ່ ແລະ ສິດດີຈີຕອນ;…

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top