10/07/2019 11:31 GMT+7 Email Print Like 0

ເວທີສະແດງລະຄອນພື້ນບ້ານ ພາກໃຕ້ ຢູ່ ຫໍບູຊາ ບ່າ

ພິທີຂໍຄວາມຢູ່ເຢັນເປັນສຸກ ໄດ້ຈັດຂຶ້ນ ຢູ່ຫໍບູຊາ ບ່າ ຫງູ໊ແຫ່ງ ເຕິນເຍີນ, ເມືອງ 9, ນະຄອນ ໂຮ່ຈີມິນ ບໍ່ພຽງແຕ່ ເປັນໂອກາດ ໃຫ້ປະຊາຊົນ ໃນທ້ອງຖິ່ນ ຝາກຝັງຄວາມມຸ່ງມາດ ປາດຖະໜາ ອັນແຮງກ້າ ກ່ຽວກັບ ຊີວິດການເປັນຢູ່ ທີ່ອີ່ມໜຳສຳລານ, ລະດູການໄດ້ຮັບຜົນດີເທົ່ານັ້ນ... ແຕ່ຍັງເປັນເວທີສະແດງ ສິລະປະພື້ນ ເມືອງຟ້ອນ ບ໋ອງໂຣ໊ຍ, ຂັບເດ້ຍນ່າງ, ຂັບຕ່ວງບູຮານ ຂອງ ຊາວ ນາມໂບ້ (ພາກໃຕ້, ຫວຽດນາມ) ອີກດ້ວຍ.
ຕາມເລື່ອງເລົ່າສືບທອດກັນມາວ່າ ບັນດາຫໍບູຊາ ບ່າ (ພະນາງ) ແມ່ນສະຖານທີ່ສໍາລັບສັກກາລະບູຊາ ແຫ່ງທໍາອິດ ຢູ່ຕາມໝູ່ບ້ານຕ່າງໆ ແຕ່ສະໄໝ ຄົນ ຫວຽດ ບຸກເບີກ ຖາກຖາງ ເຂດດິນພາກໃຕ້. ຊາວ ນາມໂບ້ ມີຄວາມເຊື່ອວ່າ ພະນາງ ສາມາດ    ດົນບັນດານ ໃຫ້ປະຊາຊົນ ໃນຫຼາຍຂະແໜງການ ທີ່ກ່ຽວພັນເຖິງ  ດິນ,ໄຟ, ໂລຫະ, ນຳ້, ຕົ້ນໄມ້ ແລະ ອື່ນໆ...

ໃນໂອກາດຈັດພິທີຂໍໃຫ້ຊີວິດ ຢູ່ເຢັນເປັນສຸກ, ປະຊາຊົນ ສາມາດ ຈັດພິທີໄຫວ້ບູຊາ ດ້ວຍເຄື່ອງບູຊາ ທີ່ມີຊີ້ນ ຫຼື ຂອງເຈ ກໍໄດ້. ທຳມະດາ, ເຄື່ອງບູຊາ ດ້ວຍຂອງເຈ ຈະລວມມີ ທູບ, ດອກໄມ້ສົດ, ໝາກໄມ້ສຸກ, ສ່ວນເຄື່ອງບູຊາມີຊີ້ນ ລວມມີ ໄກ່, ຢໍ່, ໝາກ ພູ ເຫຼົ້າ... ສອງສາມມື້ ກ່ອນມື້ຈັດ ງານບຸນ, ປະຊາຊົນ ໄດ້ຮ່ວມແຮງຮ່ວມໃຈກັນ ທຳຄວາມສະອາດ, ທາສີ, ປ່ຽນເສື້ອ ຜືນໃໝ່, ໝວກໜ່ວຍໃໝ່ ໃຫ້ແກ່ຮູບປັ້ນພະນາງ.



ຫໍບູຊາ ບ່າ ຫງູ໊ແຫ່ງເຕິນເຍີນ ສັກກະລະບູຊາ: ເຂັມ, ໄມ້, ນຳ້, ໄຟ, ທໍລະນີ. ຕາມທິດສະດີ ບວກ ແລະ ລົບ ໃນວັດຖຸທັງຫ້າ ທີ່ເປັນເຄົ້າກຳເນີດຂອງໂລກ,
ຫ້າປັດໄຈທີ່ກ່າວມາ ຂ້າງເທິງ ສັງກັດສິ່ງລົບ ເພາະສະນັ້ນ ເອີ້ນລວມວ່າ ບ່າ (ພະນາງ). 



ບັນດາຜູ້ອາວຸໂສ ເປັນຕົວແທນໄຕ້ທູບໄຂງານບຸນ. 


ເຄື່ອງບູຊາ ຕ່າງໆ ທີ່ໄດ້ປະຊາຊົນ ຖະຫວາຍ ຕໍ່ພະນາງ.


ປະຊາຊົນ ຢູ່ເຂດຫໍບູຊາ ອື່ນໆ ມາເຂົ້າຮ່ວມພິທີ ສັກກະລະບູຊາຢູ່ຫໍບູຊາ ບ່າ ຫງູ໊ແຫ່ງເຕິນເຍີນ.


ຜູ້ອາວຸໂສ ເປັນຕົວແທນຕີກອງລາຍງານເຄື່ອງບູຊາ ຂອງປະຊາ ຊົນ ໄດ້ຖະຫວາຍ ຂຶ້ນຫໍບູຊາ ບ່າ. 


ປະຊາຊົນເຂົ້າ ໄຕ້ທູບ ໃນຫໍບູຊາ ບ່າເຕິນເຍີນ. 

ປະຊາຊົນຖະຫວາຍເຄື່ອງບູຊາ ຂຶ້ນຫໍບູຊາ ບ່າ ເພື່ອການ ຟ້ອນ ບ໋ອງໂຣ໊ຍ. 

ພິທີ ຂໍໃຫ້ຊີວິດຢູ່ໃນຄວາມສະຫງົບ ຢູ່ ຫໍບູຊາ ບ່າ, ຈຳເປັນຕ້ອງເຊື້ອເຊີນ ນັກຟ້ອນ ບ໋ອງໂຣ໊ຍ, ຂັບ ເດ້ຍນາງ,  ຂັບຕ່ວງບູຮານມາ ເພື່ອ ເຮັດໃຫ້ພະນາງ ມ່ວນ. ນັກຂັບ ໂຣ໊ຍ ໃນຊຸດພິທີ ຢືນຢູ່ຕໍ່ໜ້າແທ່ນບູຊາ, ມືຈັບກອງນ້ອຍ ຊຶ່ງເອີ້ນວ່າ ກອງ ໂຣ໊ຍ, ທັງເຄາະເປັນຈັງຫວະ ເພື່ອເຊີນພະນາງ ເຂົ້າຮ່ວມພິທີ. ເນື້ອໃນທໍານອງ ເພງ ມີຄວາມໝາຍ ສັນລະເສີນ ຄຸນງາມຄວາມດີຂອງພະນາງ ແລະ ມຸ່ງຫວັງໃຫ້ພະນາງດູແລເບິ່ງແຍງ.

ສ່ວນຟ້ອນ ບ໋ອງ ແມ່ນບັນດາອະລິຍະບົດ ສະແດງໃຫ້ເຫັນ ການ ຖະຫວາຍເຄື່ອງບູຊາ ຕໍ່ເທວະດາຟ້າແຖນ ດ້ວຍຄວາມເຄົາລົບນັບຖືຢ່າງສູງ. ບໍ່ພຽງແຕ່ມີຄວາມສັນທັດ ດ້ານການຟ້ອນເທົ່ານັ້ນ, ນັກສິລະປິນ ຟ້ອນ ບ໋ອງໂຣ໊ຍ ກໍຍັງມີ ຄວາມສາມາດປະດິດແຕ່ງເນື້ອຮ້ອງ ຕາມຄວາມ ຮຽກຮ້ອງຕ້ອງການ ຂອງ ຜູ້ຊົມ ໂດຍອີງຕາມທຳນອງດົນຕີ ທີ່ມີມາກ່ອນອີກດ້ວຍ. ເຄື່ອງນຸ່ງຖືຂອງນັກ ສະແດງ ກໍໄດ້ ຮັບການກະກຽມຢ່າງພິຖີພິຖັນ ແລະ ຄົບຖ້ວນ ເຊັ່ນ: ເສື້ອ, ໝວກ, ກະໂປ່ງ, ແພຄຽນຄໍ ແລະ ອື່ນໆ ອີກຫຼາຍ ຢ່າງ...


ນອກຈາກສິລະປະ ຂັບ ບ໋ອງໂຣ໊ຍ ແລ້ວ, ເພື່ອປະກອບສ່ວນ ເຮັດ ໃຫ້ພະນາງ ດີໃຈ ຍັງມີການສະແດງຂັບ ເດ້ຍນ່າງ ອີກ. ດ້ວຍການສະແດງ ຕາມແບບແຜນ, ທັງປະດິດແຕ່ງຕອບໂຕ້ກັນ, ການ ຂັບ, ເວົ້າ, ເລົ່າເລື່ອງ ສົມທົບກັບ ສຽງດົນຕີ ແລະ ການຟ້ອນລຳທຳເພງ ຊຶ່ງເຮັດໃຫ້ສາກການສະແດງ ໄດ້ດຳເນີນໄປໃນ ບັນຍາ ກາດທີ່ຄຶກຄື້ນ. ຫຼັງການ ຂັບ ເດ້ຍນ່າງ ຈະຫັນໄປເຖິງການ ຂັບຖາມຕອບໂຕ້ກັນ ດ້ວຍບັນດາຄຳ “ແວ່” (ກອນໄດ້ ແຕ່ງ ຂຶ້ນເພື່ອການຕິຕຽນ, ເຢາະເຢີ້ຍ), ຂັບພື້ນເມືອງ, ກອນ 6/8, ບາງ ຄັ້ງ ໃຊ້ທັງຄຳສຸພາສິດ ອີກດ້ວຍ. ສະເພາະກ່ຽວກັບການສົນທະນາຖາມຕອບກັນ, ເກືອບວ່າ ຈະໃຊ້ ແບບພາສາທົ່ວໄປ ຂອງ ປະຊາຊົນທ້ອງຖິ່ນ.
  

ວາງເຄື່ອງບູຊາ ຂຶ້ນຫົວ ນັກສິລະປິນ ຟ້ອນບ໋ອງໂຣ໊ຍ. 


ບັນດານັກສິລະປິນ ຂັບ ເດ້ຍນ່າງ ທຳການສະແດງເພື່ອຂໍຮ້ອງ ພະນາງ ດົນບັນດານໃຫ້ດິນຟ້າອາກາດເອື້ອອຳນວຍ, ລະດູການ ໄດ້ຮັບຜົນດີ. 


ການຂັບ ເດ້ຍນາງ ລວມມີ ນັກສິລະປິນສອງຄົນ, ຄົນໜຶ່ງ ສວມ ບົດບາດ ເປັນພະເດ້ຍ (ພະທໍລະນີ) ສ່ວນອີກຄົນໜຶ່ງ ສວມບົດ ບາດ ເປັນນາງ ເທວະດາ. 


ບັນດາຜູ້ອາວຸໂສ ພາຍໃນບ້ານ ຖະຫວາຍເງິນ ຕໍ່ພະເດ້ຍ ດ້ວຍ ຄວາມ ເຄົາລົບນັບຖືຢ່າງສູງ. 


ຈຸດພິເສດຂອງ ການຂັບ ເດ້ຍນ່າງ ແມ່ນການຂັບຕອບໂຕ້ກັນ, ປະດິດແຕ່ງ ເນື້ອໃນການສະແດງ ດ້ວຍຕົນເອງ ໂດຍບໍ່ມີການ ກະກຽມລ່ວງໜ້າ. 


ນັກສິລະປິນ ໃນລາຍການສະແດງ ຟ້ອນ ບ໋ອງໂຣ໊ຍ. 


ນັກສິລະປິນ ພ້ອມກັບເຄື່ອງຖະຫວາຍ ກ່ອນ ຂຶ້ນຫໍບູຊາ ບ່າ. 


ສິລະປະຂັບຕ່ວງບູຮານ ລວມມີສາມຕົວລະຄອນເຊັ່ນ: “ຟຸກ”, “ລົກ”, “ຖໍ້”  ຊຶ່ງມີຄວາມໝາຍສະແດງເຖິງຄວາມສຸກ, ໂຊກລາບ ແລະ ອາຍຸຍືນ.


ມີລາຍການຕ່ວງບູຮານຫຼາຍລາຍການໄດ້ຮັບການສະແດງ ເພື່ອເຮັດໃຫ້ພະນາງມ່ວນ. 


ບັນດາລາຍການສະແດງຕ່ວງບູຮານ ໄດ້ຮັບການຈັດສາກຢ່າງລະອຽດ ແລະ ພິຖີພິຖັນ.

ໃນພິທີຂໍຢູ່ໃນຄວາມສະຫງົບສຸກນີ້, ນອກຈາກພາກສ່ວນ ບູຊາ, ຖະຫວາຍທູບທຽນ ກໍຍັງມີລາຍການສະແດງ ຟ້ອນມັງກອນ, ສິງ ໂຕ ທີ່ເປັນເອກະລັກ ແລະ ຈັບຕາຈັບໃຈ. ທຸກສິ່ງທຸກຢ່າງ ໃນພິທີ ຕ່າງກໍສະແດງ ຈຸດຄວາມງາມດ້ານວັດທະນະທຳ ຕາມສິລະປະ ການສະແດງຂັບລຳພື້ນເມືອງ ແລະ ເຮັດໃຫ້ພົ້ນເດັ່ນຄຸນຄ່າ ສິລະປະວັດທະນະທຳ ອີກດ້ວຍ. 
 
ບົດ ແລະ ພາບ: ທົງຫາຍ
ບັນດາບົດທີ່ຖືກນຳສະເໜີ