• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສຊາວກະສິກອນແຫ່ງຊາດຄັ້ງທີ 3

      ວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນຫວຽດນາມ ໄດ້ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງອຸດສາຫະກຳການຄ້າ ໄດ້ຈັດເວທີປາໄສຊາວກະສິກອນແຫ່ງຊາດຄັ້ງທີ 3 ດ້ວຍຫົວຂໍ້ວ່າ ປຸກລຸກແຫຼ່ງຜະລິດຕະພັນກະເສດຫວຽດນາມ”.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ
(ພາບ: TTXVN)
      ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ປະຈຸບັນ, ຫວຽດນາມ ມີຜະລິດຕະພັນກະເສດສົ່ງອອກ 10 ປະເພດ ບັນລຸວົງເງິນການຄ້າກວ່າ 1 ຕື້ USD. ຖ້າຫາກປະຕິບັດເປັນຢ່າງດີອາດຈະບັນລຸເກືອບ 4 ຕື້ USD ໃນປີ 2018. ກໍ່ທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີກໍ່ໃຫ້ຄຳໝັ້ນສັນຍາວ່າ, ລັດຖະບານຈະສ້າງບັນດາແຜນນະໂນບາຍ, ນະໂຍບາຍຊຸກຍູ້ການພັດທະນາກະສິກຳ, ສົ່ງເສີມການຄ້າ ແລະ ການລົງທຶນໃຫ້ສົມບູນແບບ.
        ທີ່ເວທີປາໄສ, ຊາວກະສິກອນທ້ອງຖິ່ນຕ່າງໆ ໄດ້ຕັ້ງຫຼາຍຄຳຖາມໃຫ້ບັນດານັກຊ່ຽວຊານດ້ານເສດຖະກິດ,  ບັນດານັກວາງແຜນນະໂຍບາຍ ແລະ ການນຳບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບບັນດາບັນຫາຄື: ຄຸນນະພາບ, ຮູບພາບໃຫ້ຜະລິດຕະພັນກະເສດຫວຽດນາມ; ພັດທະນາຕະຫຼາດ; ການຮ່ວມສຳພັນລະຫວ່າງຊາວກະສິກອນ ແລະ ວິສາຫະກິດ…
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top