• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສກ່ຽວກັບການສຶກສາຂັ້ນມະຫາວິທະຍາໄລ ລະຫວ່າງ ຫວຽດນາມ - ອີຕາລີ

ຕອນບ່າຍວັນທີ 7 ຕຸລາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນເວທີປາໄສກ່ຽວກັບການສຶກສາຂັ້ນມະຫາວິທະຍາໄລ ຫວຽດນາມ - ອີຕາລີ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດບັນດາເຫດການສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອີຕາລີ ເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍຂອງສອງປະເທດໃນຂົງເຂດການສຶກສາ ແລະ ບໍາລຸງສ້າງ.

ທ່ານ ຟ້າມກວາງຮຶງ, ຫົວໜ້າກົມຮ່ວມມືສາກົນ 

 ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຟ້າມກວາງຮຶງ, ຫົວໜ້າກົມຮ່ວມມືສາກົນ (ສັງກັດກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ), ໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ມີກວ່າ 550 ລາຍການຮ່ວມມືການກໍ່ສ້າງດ້ານວິຊາການ, ມີນັກສຶກສາພວມຄົ້ນຄວ້າຢູ່ ອີຕາລີປະມານ 1.000 ຄົນ.  ເມື່ອແບ່ງປັນກ່ຽວກັບຄວາມໝາຍຂອງເວທີປາໄສການສຶກສາຂັ້ນມະຫາວິທະຍາໄລ ຫວຽດນາມ - ອີຕາລີ, ທ່ານ ຟ້າມກວາງຮຶງ ເນັ້ນໜັກວ່າ:

        “ເວທີປາໄສຖືກຈັດຂຶ້ນໃນສະພາບການພວມຫັນການສຶກສາຂັ້ນມະຫາວິທະຍາໄລເຊື່ອມໂຍງເຂົ້າກັບສາກົນ - ໂດຍສຸມໃສ່ຄຸນນະພາບຫຼາຍກວ່າດ້ານປະລິມານນັ້ນ ແມ່ນຈະສົ່ງສານສໍາຄັນທີ່ສຸດກ່ຽວກັບອະນາຄົດການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ. ເວທີປາໄສ ຈະເຊື່ອມຕໍ່ບັນດາການນໍາມະຫາວິທະຍາໄລແຫ່ງຕ່າງໆຂອງ ອີຕາລີ, ສາກົນ ແລະ ຫວຽດນາມ. ພ້ອມກັນນັ້ນ, ກໍ່ປຶກສາຫາລື ບັນດາບັນຫາ, ສິ່ງທ້າທາຍຂອງພາກພື້ນ ແລະ ສາກົນ ກ່ຽວກັບການຫັນການສຶກສາຂັ້ນມະຫາວິທະຍາໄລເຊື່ອມໂຍງເຂົ້າກັບສາກົນ; ແບ່ງປັນກ່ຽວກັບທ່າອ່ຽງໃໝ່ໃນການຫັນການສຶກສາຂັ້ນມະຫາວິທະຍາໄລເຊື່ອມໂຍງເຂົ້າກັບສາກົນ ເພື່ອຍົກລະດັບການສຶກສາຂັ້ນມະຫາວິທະຍາໄລໃຫ້ຂຶ້ນສູ່ບາດກ້າວພັດທະນາໃໝ່; ຊຸກຍູ້ການຫັນປ່ຽນການສຶກສາໃນການສຶກສາຂັ້ນມະຫາວິທະຍາໄລ, ຊຸກຍູ້ ແລະ ຍົກສູງການຮ່ວມມືລະຫວ່າງ ຫວຽດນາມ - ອີຕາລີ ໃນອະນາຄົດ.

        ໃນຂອບເຂດການເວທີປາໄສ, ຜູ້ຕາງໜ້າຂອງມະຫາວິທະຍາໄລ 4 ແຫ່ງຂອງຫວຽດນາມ ແລະ ມະຫາວິທະຍາໄລ 5 ແຫ່ງຂອງ ອີຕາລີ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານການສຶກສາ. ພ້ອມກັນນັ້ນ,  ມະຫາວິທະຍາໄລ 18 ແຫ່ງຂອງ ອີຕາລີ ແລະ ຫວຽດນາມ ໄດ້ຈັດຕັ້ງການວາງສະແດງບັນດາຜະລິດຕະພັນການສຶກສາ, ອັນໄດ້ດຶງດູດນັກສຶກສາໂຮງຮຽນແຫ່ງຕ່າງໆມາຢ້ຽມຊົມເປັນຈໍານວນຫຼວງຫຼາຍ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top