• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງ ແລະ ເຂດ 3 ຫຼ່ຽມພັດທະນາ

ນີ້ແມ່ນໜຶ່ງໃນ 3 ເຫດການຫຼາຍຝ່າຍໃຫຍ່ທີ່ສຸດໄດ້ຮັບການຈັດຕັ້ງຢູ່ ຫວຽດນາມ ໃນປີ 2018. ຄາດວ່າ, ມີຜູ້ແທນປະມານ 2.000 ຄົນຈະເຂົ້າຮ່ວມກອງປະຊຸມ GMS 6 ແລະ CLV 10.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳການກະກຽມຈັດຕັ້ງກອງປະຊຸມ

ກອງປະຊຸມສຸດຍອດຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ ຄັ້ງທີ 6 (GMS 6) ແລະ ກອງປະຊຸມສຸດຍອດຮ່ວມມືເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10) ໄດ້ຮັບການຈັດຕັ້ງແຕ່ວັນທີ 29 – 31/3/2018 ຢູ່ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນ 3 ເຫດການຫຼາຍຝ່າຍໃຫຍ່ທີ່ສຸດໄດ້ຮັບການຈັດຕັ້ງຢູ່ ຫວຽດນາມ ໃນປີ 2018. ຄາດວ່າ, ມີຜູ້ແທນປະມານ 2.000 ຄົນຈະເຂົ້າຮ່ວມກອງປະຊຸມ GMS 6 ແລະ CLV 10.

        ວັນທີ 29 ມີນາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງ ແລະ ກອງປະຊຸມກຸ່ມປະຕິບັດງານດ້ານເຕັກນິກຮ່ວມມືເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ໄດ້ຮັບການຈັດຕັ້ງດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນທີ່ຕາງໜ້າໃຫ້ບັນດາປະເທດສະມາຊິກຂອງ 2 ກົນໄກຮ່ວມມືນີ້.

        ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມ GMS 6 ແລະ CLV 10 ສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດນັບມື້ນັບສູງຂອງປະເທດຊາດ, ພ້ອມທັງສະແດງບົດບາດ ແລະ ການປະກອບສ່ວນຕັ້ງໜ້າຂອງ ຫວຽດນາມສຳລັບບັນດາກົນໄກຮ່ວມມືຮ່ວມສຳພັນພາກພື້ນ… ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາການນຳແລກປ່ຽນບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈກ່ຽວກັບການເພີ່ມທະວີການລົງທຶນ, ຊຸກຍູ້ການຄ້າ, ຮັບປະກັນຄວາມໝັ້ນຄົງ, ນຳໃຊ້ນ້ຳຢູ່ແມ່ນ້ຳຂອງແບບຍືນຍົງ ແລະ ແມ່ນໂອກາດເພື່ອໃຫ້ ຫວຽດນາມ ເພີ່ມທະວີການຮ່ວມມື, ການຮ່ວມສຳພັນຮັບໃຊ້ຄາດໝາຍພັດທະນາເສດຖະກິດ - ສັງຄົມ.

(ແຫຼ່ງຄັດຈາກ VOV)


ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top