• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບຄະນະຜູ້ແທນກຳມະບານກອງທັບດີເດັ່ນ

ຕອນບ່າຍວັນທີ 23 ພຶດສະພາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຳມະບານກອງທັບດີເດັ່ນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນກຳມະບານກອງທັບຊຸດທີ IX


ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໂອ້ລົມກັບບັນດາຜູ້ແທນກຳມະບານກອງທັບ

(ພາບ: Tri Dung/TTXVN)

ຕີລາຄາສູງບັນດາການເຄື່ອນໄຫວຂອງອົງການຈັດຕັ້ງກຳມະບານປ້ອງກັນຊາດໃນໄລຍະຜ່ານມາ, ທ່ານເລຂາທິການໃຫຍ່ມີຄວາມປາດຖະໜາວ່າ ບັນດາຜູ້ແທນກຳມະບານກອງທັບ ຈະສືບຕໍ່ພ້ອມກັບຄະນະພັກຂັ້ນຕ່າງໆ, ບັນຊາໃນທົ່ວກອງທັບກໍ່ສ້າງກອງທັບປະຕິວັດໃຫ້ເປັນກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ບໍ່ວ່າໃນສະພາບການໃດກໍຕາມ ກໍປົກປັກຮັກສາທາດແທ້ຂອງກອງທັບປະຊາຊົນຫວຽດນາມວິລະຊົນ, ທາດແທ້ຂອງກຳມະກອນຫວຽດນາມ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ. ສຳເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ດີທີ່ສຸດ, ຢືດໝັ້ນເດັດດ່ຽວມີສະຕິລະວັງຕົວກັບກົນອຸບາຍຫັນປ່ຽນໂດຍສັນຕິຂອງບັນດາອິດທິກຳລັງທີ່ເປັນປໍລະປັກ; ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງພັກ, ສ້າງລະບົບການເມືອງປອດໃສ, ໝັັ້ນຄົງເຂັ້ມແຂງ. ກອງທັບ ຕ້ອງນຳໜ້າໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ການຟຸມເຟືອຍ, ຝຶກຝົນຫຼໍ່ຫຼອມ, ຍົກສູງນ້ຳໃຈຕໍ່ສູ້ທັງໃນການຕໍ່ສູ້ຕ້ານສັດຕູຕ່າງດ້າວ ແລະ ຕ້ານສັດຕູພາຍໃນ, ປົກປັກຮັກສາຜົນງານແຫ່ງການປະຕິວັດ.

        ທ່ານເລຂາທິການໃຫຍ່ ປາດຖະໜາວ່າ ຈາກບົດຮຽນຕົວຈິງຂອງຕົນ, ບັນດາຜູ້ແທນກຳມະບານກອງທັບ ຈະຕັ້ງໜ້າປະກອບຄຳຄິດເຫັນ, ບົດຮຽນຕົວຈິງຂອງຕົນ, ເພື່ອເຮັດໃຫ້ກອງປະຊຸມໃຫຍ່ ກຳມະບານກອງທັບ ຊຸດທີ IX ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໝາກຜົນຢ່າງແທ້ຈິງ, ວາງອອກການກຳນົດທິດ ເຄື່ອນໄຫວໃນອາຍຸການໃໝ່ ເພື່ອໃຫ້ກຳມະບານກອງທັບຍາມໃດກໍສົມກັບທາດແທ້ ແມ່ນອົງການຈັດຕັ້ງຂອງຊົນຊັ້ນກຳມະກອນຂອງກອງທັບປະຊາຊົນຫວຽດນາມວິລະຊົນ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top