• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ເພີ່ມທະວີ ສາຍພົວພັນການຮ່ວມມື ກັບ AIPA ແລະ ໄທ

ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ ກອງ ປະຊຸມ ສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊຽນ ຄັ້ງ ທີ 40 (AIPA 40) ແລະ ຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງ ເປັນທາງການ ໃນລະຫວ່າງວັນທີ 25-30 ສິງຫາ 2019 ໄດ້ ເພີ່ມ ທະວີ ການຮ່ວມມື ລະຫວ່າງ ບັນດາລັດຖະສະພາ ອາຊຽນ ແລະ ປັບປຸງ ສາຍພົວພັນ ຄູ່ຮ່ວມມື ຍຸດທະສາດ ລະຫວ່າງ ຫວຽດນາມ-ໄທ. 
ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ ຢ່າງຕັ້ງໜ້າ, ມີຄວາມ ຮັບຜິດຊອບ ກັບ AIPA
 
ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 40, ທ່ານນາງ ປະ ທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ມີບົດກ່າວປາໄສ ອັນ ສຳຄັນ ທີ່ວາລະການປະຊຸມຄົບຄະນະຄັ້ງທຳອິດ. ທ່ານນາງ ປະ ທານ ສະພາແຫ່ງຊາດ ໄດ້ເນັ້ນໜັກ ບັນດາສະມາຊິກ AIPA ແລະ ບັນດາຜູ້ແທນລາຊະດອນ ຂອງ AIPA ພ້ອມແລ້ວທີ່ຈະ ຮ່ວມທາງ ພ້ອມກັບ ອາຊຽນ ໃນການກໍ່ສ້າງປະຊາຄົມທີ່ໝັ້ນຄົງ ຊຶ່ງລວມມີ ບັນດາປັດໄຈ: ສັນຕິພາບ, ສະຖຽນລະພາບ, ອີງໃສ່ກົດໝາຍ, ຖື ປະຊາຊົນ ເປັນໃຈກາງ, ສາມັກຄີ, ເອກະພາບ ແລະ ພ້ອມກັນພັດ ທະນາ...

ຕອນບ່າຍວັນທີ 26 ສິງຫາ 2019, ທີ່ນະຄອນຫຼວງ ບາງກອກ, ໄທ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ ເຂົ້າຮ່ວມ ວາລະການປະຊຸມຄົບຄະນະຄັ້ງທີໜຶ່ງ
ສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊຽນ ຄັ້ງທີ 40 (AIPA 40). ໃນ ພາບ: ທ່ານນາງປະທານສະພາ ແຫ່ງຊາດ ຫງວຽນທິກີມເງິນ ກ່າວ ປາໄສ
ໃນວາລະການປະຊຸມຄົບຄະນະ ຄັ້ງທີໜຶ່ງ ສະມັດຊາໃຫຍ່ AIPA 40. ພາບ: ຈ້ອງດຶກ/VNA



ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ບັນດາ ສະມຊິກ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນວາລະການ ປະຊຸມ ຄົບຄະນະຄັ້ງທີສອງ. ພາບ: ຈ້ອງດຶກ/VNA


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເຂົ້າຮ່ວມ ວາລະການປະຊຸມ ຂອງ ຄະນະບໍລິຫານງານ AIPA. ພາບ: ຈ້ອງດຶກ/VNA
 

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ກ່າວປາໄສ ຮັບຕຳແໜ່ງ ປະທານ AIPA 41. ພາບ: ຈ້ອງດຶກ/VNA


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຮັບຕຳແໜ່ງ ປະທານ AIPA 41 ຕໍ່ຈາກໄທ. ພາບ: ຈ້ອງດຶກ/VNA


ທ່ານນາງປະທານປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຮັບ ຄ້ອນຕີ ເພື່ອຮັບຕຳແໜ່ງປະທານ AIPA 41 ຕໍ່ຈາກໄທ. ພາບ: ຈ້ອງດຶກ/VNA


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ລົງນາມໃນ ຖະແຫຼງການຮ່ວມ ໃນພິທີປິດກອງປະຊຸມ AIPA 40.  ພາບ: ຈ້ອງດຶກ/VNA


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ປະທານ AIPA 41 ແລະ ປະທານສະພາແຫ່ງຊາດໄທ ທ່ານຊວນຫລີກໄພ, ປະທານ AIPA 40
ເປັນປະທານຮ່ວມ ໃນກອງປະຊຸມຂ່າວ ປິດ ກອງປະຊຸມ AIPA 40. ພາບ: ຈ້ອງດຶກ/VNA



ໃນຂອບເຂດ ກອງປະຊຸມ AIPA 40, ທ່ານນາງປະທານສະພາ ແຫ່ງຊາດ ຫງວຽນທິກີມເງິນ ໄດ້ມີການພົບປະກັບ
ປະທານ ສະ ພາແຫ່ງຊາດ ກຳປູເຈຍ ເຮັງຊໍາຣິນ. ພາບ: ຈ້ອງດຶກ/VNA



ໃນຂອບເຂດ ກອງປະຊຸມ AIPA 40, ທ່ານນາງປະທານສະພາ ແຫ່ງຊາດ ຫງວຽນທິກີມເງິນ ໄດ້ມີການພົບປະກັບ ປະທານ ສະພາ ຕໍ່າ ມາຣົກ
ທ່ານ Habib El Malki. AIPA 41ພາບ: ຈ້ອງດຶກ/VNA

ໃນວາລະປິດກອງປະຊຸມສະມັດຊາໃຫຍ່ AIPA 40, ທ່ານນາງ ປະ ທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ຮັບຕຳແໜ່ງ ປະທານ AIPA ຕໍ່ຈາກທ່ານ ຊວນຫລີກໄພ ປະທານສະພາຕໍ່າ, ປະທານ AIPA 40. ທ່ານນາງ ປະທານສະພາແຫ່ງຊາດ ໄດ້ຢືນຢັນ ສະພາ ແຫ່ງຊາດ ຫວຽດນາມ ຈະສືບຕໍ່ຊຸກຍູ້ ປ່ຽນແປງໃໝ່ ການເຄື່ອນ ໄຫວ ຂອງ AIPA, ຍົກສູງບົດບາດທີ່ຕັ້ງ ຂອງ AIPA ໃນການກໍ່ ສ້າງ ປະຊາຄົມ ອາຊຽນ. ໂດຍຜ່ານບັນດາການເຄື່ອນໄຫວ ໃນ ຂອບເຂດ AIPA, ສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງ AIPA ກັບ ອາຊຽນ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາ ກົນໄກ ຮ່ວມມືຫຼາຍຝ່າຍອື່ນໆ ເພື່ອຊຸກຍູ້ ການຜັນຂະຫຍາຍ ບັນດາຂໍ້ໝັ້ນ ໝາຍ, ແຜນການ ທີ່ວາງອອກໃນການກໍ່ສ້າງ ປະຊາຊົມ ອາຊຽນ - ວິໄສທັດ 2025.

ລອບນອກກອງປະຊຸມ AIPA 40, ທ່ານນາງປະທານສະພາ ແຫ່ງ ຊາດ ຫງວຽນທິກີມເງິນ ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນ ກັບ ປະທານສະພາຕໍ່າ ມາຣົກ ແລະ ປະທານ ສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ.

ສາຍພົວພັນ ຫວຽດນາມ-ໄທ ມີການພັດທະນາຢ່າງຈົບງາມ


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ທ່ານ ນາຍົກລັດຖະມົນຕີໄທ ປາຍຸດ ຈັນໂອຊາ ແລກປ່ຽນ ຂອງຂວັນ ເປັນທີ່ລະນຶກ. ພາບ: ຈ້ອງດຶກ/VNA


ທີ່ສຳນັກງານສະພາຕໍ່າ ໄທ ຢູ່ ນະຄອນຫຼວງ ບາງກອກ, ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ພົບປະ ແລະ ເຈ ລະຈາ ກັບທ່ານ ປະທານສະພາຕໍ່າ,
ທັງເປັນປະທານ ສະພາແຫ່ງ ຊາດໄທ ທ່ານ ຊວນຫລີກໄພ. ພາບ: ຈ້ອງດຶກ/VNA



ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ທຳການ ພົບ ປະແລກປ່ຽນຄຳຄິດຄຳເຫັນກັບ ທ່ານປະທານສະພາສູງ ໄທ ພອນເພັດ ວິຊິດຊົນໄຊ.  ພາບ: ຈ້ອງດຶກ/VNA


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄຕ້ທູບ ຖະຫວາຍດອກໄມ້ ຢູ່ເຂດອະນຸສອນສະຖານ ປະທານໂຮ່ຈີມິນ ຢູ່ ແຂວງ ອຸດອນ ທານີ. ພາບ: ຈ້ອງດຶກ/VNA


 
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ມອບຮູບ ລຸງໂຮ່ ໃຫ້ແກ່ ການນຳ ແຂວງ ອຸດອນ ທານີ. ພາບ: ຈ້ອງດຶກ/VNA


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢ້ຽມຢາມ ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ແຂວງ ອຸດອນ ທານີ. ພາບ: ຈ້ອງດຶກ/VNA


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ພົບປະກັບ ພະນັກງານ ແລະ ປະຊາຊົນ ແຂວງ ອຸດອນ ທານີ. ພາບ: ຈ້ອງດຶກ/VNA

ໃນການຢ້ຽມຢາມລາຊະອານາຈັກ ໄທ, ທ່ານນາງສະພາແຫ່ງຊາດ ຫງວຽນທິກີມເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສະພາ ແຫ່ງ ຊາດ ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບທ່ານ ຊວນຫລີກ ໄພ ປະທານສະພາຕໍ່າ, ປະທານສະພາແຫ່ງຊາດໄທ, ພົບປະ ແລກ ປ່ຽນຄຳຄິດຄຳເຫັນກັບທ່ານ ປາຍຸດ ຈັນໂອຊາ ນາຍົກ ລັດ ຖະມົນຕີໄທ, ປະທານສະພາສູງໄທ; ພົບປະກັບພະນັກງານ ສະ ຖານທູດ ຫວຽດນາມ ປະຈຳ ໄທ ແລະ ວົງຄະນາຍາດ ຊາວ ຫວຽດ ນາມ ອາໄສ ຢູ່ ບາງກອກ; ຢູ່ແຂວງ ອຸດອນ ທານີ, ທ່ານນາງປະ ທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ຄະນະ ໄດ້ມີການ ພົບປະກັບ ທ່ານເຈົ້າແຂວງ ແຂວງ ອຸດົມ ທານີ; ຖະຫວາຍດອກ ໄມ້ ທູບທຽນ ອາໄລຫາທ່ານປະທານ ໂຮ່ຈີມິນ; ພົບປະກັບ ຊາວ ຫວຽດນາມ ອາໄສຢູ່ ໄທ; ຢ້ຽມຢາມ ບັນດານາຍຄູ ແລະ ນັກຮຽນ ຫ້ອງຮຽນພາສາ ຫວຽດນາມ ຢູ່ ວັດ ແຄ໋ງອານ. 
 
ບົດ: VNP ສັງລວມ - ພາບ: VNA

ວິສາຫະກິດ ຄືຫົວໃຈ ການເຕີບໂຕ ຂອງ ASEAN

ວິສາຫະກິດ ຄືຫົວໃຈ ການເຕີບໂຕ ຂອງ ASEAN

ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ ASEAN ໃຫ້ກວ້າງຂວາງຍິ່ງຂຶ້ນໃນອະນາຄົດ, ບັນດາປະເທດສະມາຊິກ ແລະ ຊຸມຊົນວິສາຫະກິດ ຈຳເປັນຕ້ອງປັບປຸງກຳລັງໜູນການເຕີບໂຕແບບມູນເຊື້ອ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ຊຸກຍູ້ກຳລັງໜູນການເຕີບໂຕໃໝ່ຢ່າງແຂງແຮງ, ໂດຍສະເພາະແມ່ນດ້ານວິທະຍາ ສາດເຕັກໂນໂລຊີ, ການປະດິດສ້າງ ແລະ ການຫັນເປັນ ດີຈີຕອນ, ເພີ່ມທະວີການເຊື່ອມຕໍ່ລະບົບຕ່ອງໂສ້ການສະໜອງໃນພາກພື້ນ ແລະ ທົ່ວໂລກ.

Top