• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີຄວາມສາມັກຄີ, ສະໜິດຕິດພັນ, ສັດຊື່ບໍລິສຸດ ລະຫວ່າງ ກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ

      ຕອນບ່າຍວັນທີ 4 ມັງກອນ, ສະຖານທູດລາວ ປະຈຳ ຫວຽດນາມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ມີການເຮັດວຽກກັບກອງບັນຊາການກຳລັງ ນະຄອນຫຼວງຮ່າໂນ້ຍ. 

ການພົບປະ, ເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ຢັ້ງຢືນວ່າ ເຫດການນີ້ ໄດ້ສະແດງໃຫ້ເຫັນສາຍພົວພັນທີ່ໃກ້ຊິດສະໜິດສະໜົມ ແລະ ເປັນມູນເຊື້ອອັນດີງາມຂອງຄວາມສາມັກຄີແບບພິເສດ ເຊິ່ງພະນັກງານ, ນັກຮົບກອງທັບປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ ປະຊາຊົນ ລາວ; ພ້ອມທັງປາດຖະໜາວ່າ, ໄວໜຸ່ມສອງປະເທດ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດນີ້ໃຫ້ໝັ້ນແກ່ນ.   ນາຍພົນຈັດຕະວາ ຫງວຽນກວັກຢວຽດ, ຜູ້ບັນຊາການກອງບັນຊາການກຳລັງນະຄອນຫຼວງ ຮ່າໂນ້ຍ ຢັ້ງຢືນວ່າ: ກອງບັນຊາການກຳລັງນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍຊາບຊຶມນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ, ຍາມໃດກໍຖືສາຍພົວພັນກັບ ລາວ ແມ່ນສາຍພົວພັນແບບພິເສດ ແລະ ມີຄວາມສຳຄັນ, ພຽງແຕ່ໜຶ່ງບໍ່ມີສອງໃນການພົວພັນສາກົນ. ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເສີມຂະຫຍາຍນ້ຳໃຈຄວາມສາມັກຄີມິດຕະພາບແບບພິເສດ ກັບ ລາວ ແລະ ປາດຖະໜາວ່າ ລາວ ຈະຮັກສາເອກະລາດ, ອະທິປະໄຕ, ສະຖຽນລະພາບໃຫ້ໝັ້ນຄົງ ແລະ ນັບມື້ນັບພັດທະນາ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top