• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການໂຄສະນາວັດທະນະທຳ ຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ

      ແຕ່ຫຼາຍປີມານີ້, ຄຳວ່າ ຫວຽດນາມນັບມື້ນັບກາຍເປັນ ສິ່ງທີ່ໃກ້ຊິດ ຕິດພັນ ແລະ ລື້ງເຄີຍສຳລັບບັນດາເພື່ອນມິດ, ແຂກທ່ອງທ່ຽວໃນທົ່ວໂລກ. ຈຳນວນແຂກທ່ອງທ່ຽວກວ່າ 15 ລ້ານເທື່ອຄົນມາຢ້ຽມຢາມ ຫວຽດນາມ ໃນປີ 2018 ໄດ້ເປັນຫຼັກຖານຢັ້ງຢືນ ຮູບພາບຂອງປະເທດຊາດ, ປະຊາຊົນ ແລະ ວັດທະນະທຳ ຫວຽດນາມ ທີ່ມີຄວາມດູດດື່ມສຳລັບຫຼາຍປະເທດໃນໂລກ. ຈຳນວນແຂກທ່ອງທ່ຽວມາ ຫວຽດນາມ ໄດ້ເພີ່ມຂຶ້ນເປັນກ້າວໆນັ້ນ ກໍ່ຍ້ອນຄວາມຕັ້ງໜ້າໂຄສະນາວັດທະນະທຳ ຫວຽດນາມ ໃຫ້ແກ່ປະຊາຊົນຢູ່ຫຼາຍປະເທດໃນໂລກ.
 

ພາບປະກອບ
ໃນຊຸມວັນຕົ້ນເດືອນ ຕຸລາ ປີ 2019, ຄະນະນັກສິລະປະກອນ ໂຮງລະຄອນດົນຕີຟ້ອນພື້ນເມືອງ ຫວຽດບັກ ແລະ ສະຖາບັນດົນຕີແຫ່ງຊາດ ຫວຽດນາມ ໄດ້ເດີນທາງໄປ ສ ເກົາຫຼີ ເພື່ອທຳການສະແດງເປັນເວລາ 12 ວັນຕາມແຜນນະໂຍບາຍ ເພີ່ມທະວີການໂຄສະນາທາງດ້ານວັດທະນະທຳ, ສົ່ງເສີມການທ່ອງທ່ຽວ ຢູ່ຕະຫຼາດອາຊີຕາເວັນອອກສ່ຽງເໜືອໃນປີ 2019 ຂອງຫວຽດນາມ. ກ່ອນໜ້ານັ້ນ ໃນວັນທີ 27 ກັນຍາ, ໃນຖານະເປັນແຂກຖືກເຊີນທີ່ມີກຽດ, ຫວຽດນາມ ໄດ້ນຳບັນດາຜະລິດຕະພັນ ວັດທະນະທຳທີ່ເປັນເອກະລັກ ເພື່ອແນະນຳໃຫ້ແກ່ຊາວ ຝະລັ່ງ ແລະ ສາກົນທີ່ງານຕະຫຼາດນັດສາກົນປີ 2019 ເຊິ່ງຈັດຂຶ້ນຢູ່ນະຄອນ ແມັຊ ໂມສະລີ ພາກຕາເວັນອອກຂອງຝະລັ່ງ. ທ່ານ ງຽມຊວນດົງ ຮອງຫົວໜ້າຮັບຜິດຊອບສູນວັດທະນະທຳ ຫວຽດນາມ ຢູ່ຝະລັ່ງ ໃຫ້ຮູ້ວ່າ:
    “ໃນງານຕະຫຼາດນັດນີ້, ພວກຂ້າພະເຈົ້າກໍ່ໄດ້ດຳເນີນບັນດາການເຄື່ອນໄຫວ ສະແດງສິລະປະວັນນະຄະດີ ຂອງໂຮງລະຄອນແຈ່ວ ຫວຽດນາມ ແລະ ໂຮງລະຄອນຕຸກກະຕາ ຫວຽດນາມ. ນອກຈາກນັ້ນພວກຂ້າພະເຈົ້າກໍ່ຍັງຈັດຕັ້ງ ສັບປະດາຮູບເງົາ ຫວຽດນາມ, ງານວາງສະແດງຮູບແຕ້ມຂອງບັນດາຈິດຕະກອນ ທີ່ມີຊື່ສຽງຂອງ ຮ່າໂນ້ຍ, ບັນດາປະເພດສິລະປະພື້ນເມືອງຄື ປັ້ນຮູບ, ແຕ້ມຕົວໜັງສືຂອງຫວຽດນາມ ເພື່ອແນະນຳໃຫ້ແກ່ຊາວ ຝະລັ່ງທັງຫຼາຍ”.
       ໃນຫຼາຍປີທີ່ຜ່ານມາ ສູນວັດທະນະທຳ ຫວຽດນາມ ປະຈຳຝະລັ່ງ ກໍ່ໄດ້ເຄີຍຈັດບັນດາການເຄື່ອນໄຫວ ໂຄສະນາວັດທະນະທຳ ຫວຽດນາມ ແລະ ສົ່ງເສີມການທ່ອງທ່ຽວຢູ່ບັນດາງານຕະຫຼາດສາກົນທີ່ ຝະລັ່ງ, ໃນນັ້ນກໍ່ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນຫຼາຍຄັ້ງ.  ການເຂົ້າຮ່ວມບັນດາງານຕະຫຼາດນັດສາກົນ ກໍ່ແມ່ນໂອກາດເພື່ອໂຄສະນາ ບັນດາຄຸນຄ່າວັດທະນະທຳ ຫວຽດນາມ ໃຫ້ແກ່ຊາວ ຝະລັ່ງ ແລະ ວົງຄະນາຍາດສາກົນຢູ່ທີ່ນີ້. ແລະ ກໍ່ໃນທ້າຍເດືອນ ເມສາ ປີ 2019 ທີ່ເອີລົບ, ສະມາຄົມ ຊາວຫວຽດນາມ ຢູ່ະຄອນແຊັດສະກີ ເວເລນິກ ຂອງເຊັກໂກ ໄດ້ຈັດບັນດາລາຍການສະແດງດົນຕີ ຟ້ອນລຳທຳເພງ ແລະ ອາຫານການກິນ ພື້ນເມືອງຂອງ ຫວຽດນາມ. ນາງ ເອວາ ສະໂລໂວວາ ຊາວນະຄອນແຊັດສະກີເວເລນິກ ແບ່ງປັນວ່າ:
      “ຂ້າພະເຈົ້າເຫັນວ່າ ເຫດການນີ້ແມ່ນມ່ວນທີ່ສຸດ, ຂ້າພະເຈົ້າຖະນຸຖະໜອມຊາວ ຫວຽດນາມ, ຊົມຊອບວັດທະນະທຳ ຫວຽດນາມ ພິເສດແມ່ນບັນດາເຍື່ອງອາຫານ ແລະ ດົນຕີພື້ນເມືອງຂອງ ຫວຽດນາມ. ຂ້າພະເຈົ້າຖືວ່າເຫດການເຫຼົ່ານີ້ ກໍ່ຄວນຖືກຈັດຂຶ້ນອີກຫຼາຍຄັ້ງໃນອະນາຄົດ”.
     ດ້ວຍຄວາມຫວັງຢາກນຳວັດທະນະທຳ ອອກສູ່ໂລກພາຍນອກ, ໃນໄລຍະທີ່ຜ່ານມາ ຂະແໜງວັດທະນະທຳ ໄດ້ສົມທົບກັບຂະແໜງການທູດ ແລະ ເອກອັກຄະລັດຖະທູດປະທດຕ່າງໆ ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍຄື: ວັນວັດທະນະທຳ, ສັບປະດາວັດທະນະທຳ, ບັນດາງານບຸນວັດທະນະທຳ - ທ່ອງທ່ຽວ ຫວຽດນາມ, ບັນດາກິດຈະກຳສົ່ງເສີມ ໂຄສະນາວັດທະນະທຳ - ທ່ອງທ່ຽວ ຫວຽດນາມ ຢູ່ຕ່າງປເທດ… ກ່ຽວກັບການໂຄສະນາວັດທະນະທຳ ຫວຽດນາມ ຢູ່ຕ່າງປະເທດໃນປີ 2019, ທ່ານ ເຈິ່ນເຍິດຮວ່າງ, ຮອງຫົວໜ້າກົມ ຮ່ວມມືສາກົນ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:
     “ໂດຍປະຕິບັດການເພີ່ມທະວີການໂຄສະນາ ພົວພັນແລກປ່ຽນວັດທະນະທຳການທ່ອງທ່ຽວຂອງ ຫວຽດນາມ, ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ ຫວຽດນາມ, ບັນລຸຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ຕາມແຜນການປີ 2019, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ມີບັນດາກິດຈະກຳຢູ່ບັນດາຕະຫຼາດຈຸດສຸມຄື ສ ເກົາຫຼີ, ຍີ່ປຸ່ນ… ພວກຂ້າພະເຈົ້າໄດ້ຜັນຂະຫຫຍາຍ ຈັດຕັ້ງກອງປະຊຸມສຳມະນາວັດທະນະທຳ, ການທ່ອງທ່ຽວ, ພ້ອມກັນນັ້ນ ບັນດາລາຍການພົວພັນແລກປ່ຽນວັດທະນະທຳກໍ່ແມ່ນບັນດາຂີດໝາຍທີ່ສຳຄັນ”.
     ບົດຮຽນທີ່ຖອດຖອນມາຈາກປະເທດທີ່ປະສົບຜົນສຳເລັດ ໃນການໂຄສະນາວັດທະນະທຳ ອອກສູ່ໂລກພາຍນອກຄື ສ ເກົາຫຼີ, ຍີ່ປຸ່ນ… ໄດ້ສະແດງໃຫ້ເຫັນວ່າ ການລົງທຶນໃຫ້ແກ່ການໂຄສະນາວັດທະນະທຳ ຂອງຫວຽດນາມ ອອກສູ່ຕ່າງປະເທດ ກໍ່ແມ່ນເພີ່ມທະວີກຳລັງບົ່ມຊ້ອນ, ກຳລັງແຮງທາງດ້ານວັດທະນະທຳໃຫ້ແກ່ປະເທດຊາດ. ເມື່ອ ຫວຽດນາມ  ມີທີ່ຕັ້ງ ແລະ ສາມາດຢຶດຄອງຕະຫຼາດວັດທະນະທຳທີ່ນັບມື້ນັບສູງ ໃນຕະຫຼາດວັດທະນະທຳສາກົນ, ເວລານັ້ນວັດທະນະທຳ ຫວຽດນາມ ບໍ່ພຽງແຕ່ແມ່ນສ່ວນໜຶ່ງຂອງຄຸນຄ່າ ວັດທະນະທຳໂລກເທົ່ານັ້ນ ຫາກຍັງກາຍເປັນໜຶ່ງໃນລະບົບຄຸນຄ່າທົ່ວໂລກ ແລະ  ປະກອບສ່ວນສ້າງຄວາມເຂັ້ມແຂງ ຂອງປະເທດຊາດ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 
 
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top