• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນດ້ານປ້ອງກັນຊາດຫວຽດນາມ-ຈີນ

      ໃນລະຫວ່າງວັນທີ 22 – 26 ກໍລະກົດ, ພົນໂທ ເລືອງເກືອງ, ກຳມະການຜູ້ປະຈຳການຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມສັນຖະວະໄມຕີຈີນ ຕາມຄຳເຊີນຂອງ ພົນໂທ ແມວຂວ໋າ, ກຳມະການຄະນະພັກການທະຫານສູນກາງ, ຫົວໜ້າກົມວຽກງານການເມືອງຄະນະພັກການທະຫານສູນກາງຈີນ.

ພົນໂທ ເລືອງເກືອງ ແລະ ພົນໂທ ຈາງຢຽວຊາ
(ພາບ: TTXVN)
      ໃນໄລຍະຢູ່ຢ້ຽມຢາມຈີນ, ວັນທີ 25 ກໍລະກົດ, ພົນໂທ ຈາງຢຽວຊາ, ຮອງປະທານຄະນະພັກການທະຫານສູນກາງຈີນ ໄດ້ໃຫ້ການຕ້ອນຮັບຄະນະ. ທີ່ການຕ້ອນຮັບ, ພົນໂທ ຈາງຢຽວຊາ ເນັ້ນໜັກວ່າ, ຈີນ ຖືເປັນສຳຄັນການພົວພັນກັບຫວຽດນາມ ແລະ ຈະເພີ່ມທະວີສົມທົບກັນເພີ່ມພູນຄູນສ້າງໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ; ໃນນັ້ນການພົວພັນດ້ານປ້ອງກັນຊາດແມ່ນເນື້ອໃນສຳຄັນ. ພົນໂທ ຈາງຢຽວຊາ ປາດຖະໜາວ່າ 2 ຝ່າຍ ຈະສືບຕໍ່ຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນກວ່າອີກ; ພ້ອມທັງພ້ອມກັນຮັບມື, ເຮັດໃຫ້ ກົນອຸບາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກຫວັງແບ່ງແຍກການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ໃຫ້ປະລາໄຊ.
        ກ່ອນໜ້ານັ້ນ, ວັນທີ 24 ກໍລະກົດ, ທີ່ການເຈລະຈາລະຫວ່າງ ພົນໂທ ເລືອງເກືອງ ແລະ ພົນໂທ ແມວຂວ໋າ, 2 ຝ່າຍໄດ້ເຫັນດີນຳກັນໂດຍຖືວ່າ, ໃນສະພາບການສັບສົນຄືໃນປະຈຸບັນ, ກອງທັບ 2 ປະເທດຄວນເພີ່ມທະວີການຮ່ວມມື, ພ້ອມທັງມີບັນດາການປະກອບສ່ວນລະອຽດ, ແທດຈິງ ເພື່ອປັບປຸງ ແລະ ເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງ 2 ພັກ, 2 ລັດ ແລະ ກອງທັບປະຊາຊົນ 2 ປະເທດໃຫ້ເລິກເຊິ່ງກວ່າອີກ. 2 ຝ່າຍໄດ້ເປັນເອກະພາບນຳກັນວ່າ ຄວນຢຶດໝັ້ນໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ ບົນພື້ນຖານບັນດາຂໍ້ຕົກລົງເຊິ່ງການນຳຂັ້ນສູງ 2 ປະເທດບັນລຸໄດ້, ໃນນັ້ນກອງທັບ 2 ປະເທດແມ່ນກຳລັງນຳໜ້າໃນການປະຕິບັດຂໍ້ຕົກລົງຂັ້ນສູງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top