ຕອນເຊົ້າວັນທີ 19 ທັນວາ 2017, ພາຍຫຼັງພິທີຕ້ອນຮັບ ຢ່າງເປັນທາງການ, ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ປະຕິບັດການພົບປະເຈລະຈາກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ທີ່ສຳນັກງານສູນກາງພັກ.
ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນບັນດາທິດທາງ, ມາດຕະການເພື່ອພັດທະນາການພົວພັນລະຫວ່າງ 2 ພັກ, 2 ປະເທດ ຢ່າງບໍ່ຢຸດຢັ້ງ ກໍ່ຄືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນບັນດາທິດທາງ, ມາດຕະການເພື່ອພັດທະນາການພົວພັນລະຫວ່າງ 2 ພັກ, 2 ປະເທດ ຢ່າງບໍ່ຢຸດຢັ້ງ ກໍ່ຄືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ປະຕິບັດການພົບປະເຈລະຈາກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ . ພາບ: ຈີ໋ຢຸງ/VNA
|
ການນຳ 2 ທ່ານໄດ້ຢັ້ງຢືນຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດຂອງການພົວພັນສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ປະເທດ ຕໍ່ຄວາມໝັ້ນຄົງ ແລະ ພັດທະນາ ຂອງແຕ່ລະປະເທດ ກໍ່ຄືຄວາມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໂລກອີກດ້ວຍ.
ການນຳ 2 ທ່ານໄດ້ເນັ້ນໜັກເຖິງຜົນສຳເລັດ ແລະ ຄວາມໝາຍປະຫວັດສາດຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2017, ຖືນີ້ແມ່ນຂີດໝາຍສຳຄັນໃນການ ພົວພັນ 2 ປະເທດ;
2 ຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ສະໜັບສະໜູນເຊິ່ງກັນແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ, ອາຊຽນ ແລະ ບັນດາ ກົນໄກກວ່າດ້ວຍການຮ່ວມມືຢູ່ອານຸພາກພື້ນແມ່ນຳ້ຂອງ. ສືບຕໍ່ເພີ່ມທະວີການຮ່ວມມື, ສົນທົບກັນຢ່າງແໜ້ນແຟ້ນເຊິ່ງກັນ ແລະ ກັນ ແລະ ກັບບັນດາປະເທດ, ອົງການສາກົນທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ, ນຳໃຊ້ແຫຼ່ງນຳ້ ແມ່ນຳ້ຂອງ ຢ່າງໝັ້ນຄົງ ແລະ ມີປະສິດທິພາບ; ເພີ່ມທະວີການສົມທົບກັບກຳປູເຈຍ ເພື່ອຜັນຂະຫຍາຍການປະຕິບັດຂໍ້ຕົກລົງວ່າດ້ວຍການພັດທະນາລະຫວ່າງ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ຢ່າງມີປະສິດທິພາບ.
ກ່ຽວກັບບັນຫາຢູ່ທະເລຕາເວັນອອກ, ການນຳ 2 ປະເທດໄດ້ເນັ້ນໜັກຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ; ເຫັນດີເປັນເອກະພາບບັນດາການຂັດແຍ້ງຜືນແຜ່ນດິນ; ທະເລໝູ່ເກາະຢູ່ທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລປີ 1982, ຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກລະຫວ່າງ ອາຊຽນ ແລະ ຈີນ (DOC), ມຸ່ງໄປເຖິງການກໍ່ສ້າງປະມວນກົດລະບຽບວ່າດ້ວຍການປະພຶດຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (COC)…
ເນື່ອງໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ເຊີນສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມປະເທດ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ເໝາະສົມ. ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະແດງຄຳຂອບອົກຂອບໃຈ ແລະ ຮັບເອົາຄຳເຊີນຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ.
ຕອນບ່າຍວັນທີ 19 ທັນວາ 2017, ທີ່ສຳນັກງານລັດຖະບານ, ສະຫາຍ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນ ກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ. ທີ່ສຳນັກງານສະພາແຫ່ງຊາດ, ສະຫາຍນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ເນື່ອງໃນໂອກາດພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
|
ຕອນບ່າຍວັນທີ 19 ທັນວາ 2017, ໃນຂອບເຂດການ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ມາຢ້ຽມຢາມສະຫາຍ ເລຂາຟຽວ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ໂນງດຶກແມ້ງ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.
ຕອນຄຳ່ວັນທີ 19 ທັນວາ 2017, ທີ່ນະຄອນຫຼວງ ຮ່າໂນ້ຍ, ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ເປັນເຈົ້າພາບໃນງານລ້ຽງຮັບຮອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ເນື່ອງໃນໂອກາດ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ເຂົ້າຮ່ວມໃນງານລ້ຽງດັ່ງກ່າວ ລວມມີສະຫາຍ ຫງວຽນຊວນຟຸກ ກຳມະການກົມການເມືອງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ; ສະຫາຍນາງ ຫງວຽນທິກີມເງິນ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ຫວຽດນາມ; ສະຫາຍ ເຈິ່ນກວກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ, ປະທານຄະນະກຳມະການກວດກາສູນກາງ; ບັນດາທ່ານຜູ້ນຳ ຕາງໜ້າບັນດາອົງການ, ຂະແໜງການສູນກາງ ແລະ ນະຄອນ ຮ່າໂນ້ຍ.
ປະຕິບັດ: VNA/VNP