• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມແລະຍີ່ປຸ່ນ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ 2 ຝ່າຍເພີ່ມທະວີການພົບປະແລກປ່ຽນ, ການພົບປະຂັ້ນສູງລະຫວ່າງສະພາແຫ່ງຊາດຂອງ 2 ປະເທດ ເພື່ອແລກປ່ຽນບົດຮຽນໃນຂົງເຂດສ້າງກົດໝາຍ. 
      ຕອນບ່າຍວັນທີ 04/05, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳຍີ່ປຸ່ນ Oshima Tadamori ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. 

 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຕ້ອນຮັບທ່ານປະທານສະພາຕ່ຳຍີ່ປຸ່ນ)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ 2 ຝ່າຍເພີ່ມທະວີການພົບປະແລກປ່ຽນ, ການພົບປະຂັ້ນສູງລະຫວ່າງສະພາແຫ່ງຊາດຂອງ 2 ປະເທດ ເພື່ອແລກປ່ຽນບົດຮຽນໃນຂົງເຂດສ້າງກົດໝາຍ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ່ານ Oshima Tadamori ແລະ ສະພາແຫ່ງຊາດຍີ່ປຸ່ນ ສືບຕໍ່ສະໜັບສະໜູນ ໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA) ໃຫ້ແກ່ຫວຽດນາມ ໃນໄລຍະຈະມາເຖິງ, ສຸມໃສ່ເຂົ້າບັນດາຂົງເຂດກໍ່ສ້າງພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່; ຈຸດສຸມແຫ່ງຊາດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ… ນອກນັ້ນແມ່ນຊຸກຍູ້ການຮ່ວມມືໃນຂົງເຂດແຮງງານ ແລະ ເປີດກວ້າງການຮັບນັກຮຽນຝຶກງານຈາກຫວຽດນາມ ໃນບັນດາຂະແໜງບຳລຸງສ້າງດ້ານກະສິກຳ, ການປະມົງ…
        ສ່ວນທ່ານປະທານສະພາຕ່ຳຍີ່ປຸ່ນ Oshima Tadamori ປາດຖະໜາວ່າ ລັດຖະບານ 2 ປະເທດຈະເພີ່ມທະວີບັນດາການເຄື່ອນໄຫວປະສົມ, ເຊື່ອມຕໍ່ບັນດາການເຄື່ອນໄຫວຮ່ວມມື, ລົງທຶນໂດຍໄວ. ທ່ານ Oshima Tadamori ຢືນຢັນວ່າ, ຍາມໃດກໍຈະສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງວິສາຫະກິດ 2 ປະເທດ; ສືບຕໍ່ເພີ່ມທຶນອຸປະຖຳ ODA ໃຫ້ແກ່ຫວຽດນາມ...
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top