• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດ ຫວຽດນາມ ເປັນເຈົ້າພາບຈັດເຫດການວັດສາກົນຜູ້ບໍລິຈາກເລືອກ

      ຕອນເຊົ້າວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ຫ້ອງການຄະນະຊີ້ນຳແຫ່ງຊາດຂົນຂວາຍບໍລິຈາກເລືອກອາສາສະໝັກ ສົມທົບກັບສະຖາບັນເລືອດສາດ - ສົ່ງເລືອກສູນກາງ ຈັດຕັ້ງການແນະນຳກ່ຽວກັບພິທີເຊີດຊູ 100 ຄົນບໍລິຈາກເລືອດດີເດັ່ນໃນທົ່ວປະເທດ ແລະ ຕອບສະໜອງວັນສາກົນຜູ້ບໍລິຈາກເລືອດ 14 ມິຖຸນາ. 

ການເຊີດຊູ 100 ຄົນບໍລິຈາກເລືອດດີເດັ່ນ 
      ນີ້ແມ່ນຄັ້ງທຳອິດ ຫວຽດນາມ  ເປັນເຈົ້າພາບຈັດຕັ້ງເຫດການທົ່ວໂລກ ວັນຜູ້ບໍລິຈາກເລືອດສາກົນ. ສານເຊິ່ງອົງການອະນາໄມໂລກຍົກອອກມາໃນວັນຜູ້ບໍລິຈາກເລືອດສາກົນປີນີ້ແມ່ນ “ບໍລິຈາກເລືອດເພື່ອກູ້ເອົາຊີວິດມະນູດ - ບໍລິຈາກເປັນປະຈຳ”, ເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຄົມບໍລິຈາກເລືອກເປັນປະຈຳ ແລະ ກຽມພ້ອມບໍລິຈາກເລືອດໃນບັນດາກໍລະນີຮີບດ່ວນ. ເພື່ອຕອບສະໜອງວັນນີ້, ແຕ່ວັນທີ 11 -14 ມິຖຸນາ, ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວຄື: ຖີບລົດຂົນຂວາຍບໍລິຈາກເລືອດດ້ວຍການເຂົ້າຮ່ວມຂອງ ນັກອາສາສະໝັກຖີບລົດຈາກ ອີຣານ ເຖິງ ຫວຽດນາມ, ກອງປະຊຸມສຳມະນາສາກົນ “ພັດທະນາກຸ່ມຜູ້ບໍລິຈາກເລືອດປອດໄພ, ເປັນປົກກະຕິ”, ການເດີນທາງ “ກັບເມືອເຂດມໍຣະດົກ”, ພິທີເຊີດຊູ 100 ຄົນບໍລິຈາກເລືອດດີເດັ່ນໃນທົ່ວປະເທດ… ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດແລກປ່ຽນບົດຮຽນ ແລະ ເພີ່ມທະວີການຮ່ວມມື ກ່ຽວກັບການຂົນຂວາຍບໍລິຈາກເລືອດ.
 (ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top