
ທ່ານເອກອັກຄະລັດຖະທູດ ເລກຸ໊ຍກວິງ ກ່າວຄໍາເຫັນທີ່ກອງປະຊຸມ(ພາບ: vietnamplus.vn)
ຕອນບ່າຍວັນທີ 02 ພະຈິກ, ຢູ່ນະຄອນຫຼວງ ກົວລາລໍາເປີຂອງ ມາເລເຊຍ ໄດ້ດໍາເນີນກອງປະຊຸມເຊື່ອມຕໍ່ປະຊາຄົມວິສາຫະກິດຫວຽດນາມ - ອາຊຽນ ແລະ ງານມະໂຫລານພົບປະແລກປ່ຽນວັດທະນະທໍາ ຫວຽດນາມ - ອາຊຽນ ປີ 2018, ໂດຍວາລະສານວັດທະນະທໍານັກທຸລະກິດ, ສູນຄົ້ນຄວ້າ ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາ ບັນດາເຜົ່າ ຫວຽດນາມ ແລະ ວາລະສານ ວັນຫ໊ຽນ (ອະລິຍະທໍາ) ຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ.
ທີ່ກອງປະຊຸມ, ຜູ້ຕາງໜ້າບາງວິສາຫະກິດຫວຽດນາມ ແລະ ມາເລເຊຍ ໄດ້ແບ່ງປັນບົດຮຽນກ່ຽວກັບວິວັດແຫ່ງການກໍ່ສ້າງ ແລະ ພັດທະນາວິສາຫະກິດ, ພິເສດແມ່ນບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງວິສາຫະກິດຕ້ອງປະເຊີນໜ້າ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ເຫັນດີ ໂດຍຖືວ່າ, ການເຊື່ອມໂຍງເຂົ້າກັບພາກພື້ນ ແມ່ນກໍາລັງໜູນໃຫ້ແກ່ການພັດທະນາວິສາຫະກິດ.ລາຍການຄັ້ງນີ້ ແມ່ນເພື່ອແນໃສ່ຈຸດປະສົງສ້າງເງື່ອນໄຂໃຫ້ບັນດານັກທຸລະກິດ, ວິສາຫະກິດຫວຽດນາມ ຊອກຫາກາລະໂອກາດຮ່ວມມື ແລະ ສໍາຫຼວດການຕະຫຼາດສາກົນ ຢູ່ບັນດາປະເທດ ອາຊຽນ, ກ່ອນອື່ນໝົດແມ່ນ ມາເລເຊຍ, ສິງກະໂປ ແລະ ອິນໂດເນເຊຍ, ຈາກນັ້ນ ມີບັນດາຂໍ້ສັງເກດເພື່ອສ້າງທິດທາງການເຄື່ອນໄຫວຂອງຕົນໃນໄລຍະຈະມາເຖິງ. ໄປຄຽງຄູ່ກັນນັ້ນ, ຜ່ານການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ, ລາຍການກໍມີຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການເພີ່ມທະວີນໍ້າໃຈສາມັກຄີ ແລະ ມິດຕະພາບລະຫວ່າງຫວຽດນາມ ກັບ ບັນດາປະເທດອາຊຽນ.
(ແຫຼ່ງຄັດຈາກ VOV)