ອາຫານການກິນ ເຂົ້າເໝົ້າ-ລົດຊາດຂອງລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ 01/11/2019 ເຂົ້າເໝົ້າ ເປັນຜະລິດຕະພັນສາເພາະ ຂອງຊາວ ຮ່າໂນ້ຍ ເມື່ອລະດູໃບໄມ້ຫຼົ່ນວຽນມາເຖິງ. ຈາກເຂົ້າເໝົ້າ ແມ່ຄົວສາ ມາດປຸງແຕ່ງ ເປັນລາຍການອາຫານ ຫຼາຍເຍື່ອງເຊັ່ນ: ຈ໊າເຂົ້າ ເໝົ້າ, ເຂົ້າໜົມເຂົ້າເໝົ້າ, ນໍ້ຳຫວານເຂົ້າເໝົ້າ... ໃນນັ້ນ ຖ້າໃຜ ເຄີຍຊີມ ເຂົ້າເໝົ້າ ທີ່ມີລົດຊາດ ຫອມຫວານ ແລະ ສີສັນທີ່ ສະດຸດຕາ ກໍຈະຄິດເຖິງ ເຍື່ອງອາຫານນີ້ ຂອງຊາວຮ່າໂນ້ຍ. * ພື້ນຖານຜະລິດເຂົ້າເໝົ້າ ຂອງ ໝູ່ບ້ານ ວ່ອງ: ທີ່ຢູ່: ເຮືອນເລກທີ 18, ຮ່ອມບ້ານ 99, ຖະໜົນ ຊວນຖຸຍ, ເມືອງ ເກົ່າໄຢ໋, ຮ່າໂນ້ຍ. Hotline: 012345.02353 - 012345.01312 ອີເມລ: dacsancomvong@gmail.com ເວັບໄຊ: http://comvonghanoi.net ທ່ານນາງ ເລຖິ້ງ, ເຈົ້າຂອງຮ້ານຂາຍເຂົ້າໜຽວ ຢູ່ຄຸ້ມຖະໜົນ ຢາງື ເປັນເວລາຫຼາຍປີໃຫ້ຮູ້ວ່າ ຊາວ ຮ່າໂນ້ຍ ເຄີຍເຮັດ ເຂົ້າ ເໝົ້າ ແລະ ເມັດບົວ. ນີ້ແມ່ນ ຜະລິດຕະພັນພິເສດ ຂອງ ຮ່າ ໂນ້ຍ ເມື່ອລະດູໃບໄມ້ຫຼົ່ນ ໄດ້ວຽນມາ. ເຂົ້າເໝົ້າທີ່ນິຍົມ ແລະ ເລືອກຊື້ ມີຢູ່ສອງແຫ່ງ ທີ່ມີຊື່ສຽງມາແຕ່ດົນນານ ຂອງ ຮ່າໂນ້ຍ, ນັ້ນຄື ໝູ່ບ້ານ ວ່ອງ ແລະ ໝູ່ບ້ານ ເໝ໊ຈີ່. ລົດຊາດທີ່ຫອມແຊບ ຂອງ ເຂົ້າເໝົ້າ ຈະບໍ່ສົມບູນແບບ ຖ້າ ຫາກຂາດ ໝາກຖົ່ວຂຽວ ທ່ີຕົ້ມເປື່ອຍ ແລ້ວໃຫ້ຕຳໝຸ່ນ ແລະ ໝາກພ້າວຂຸດເປັນເສັ້ນໆ ນໍາຂົ້ວກັບນໍ້າຕານ ແລະ ນຳ້ມັນ. ດ້ວຍການປະສົມປະສານ ທີ່ມີ ຄວາມສວຍງາມ ຢ່າງສະດຸດ ຕາ ລະຫວ່າງບັນດາສີສັນ ຈາກທຳມະຊາດຄື: ສີຂຽວ-ສີຂາວ-ສີເຫຼືອງ ຂອງ ເຂົ້າເໝົ້າ, ເມັດບົວ, ໝາກພ້າວເສັ້ນ ແລະ ຖົ່ວ ຂຽວ, ເພາະສະນັ້ນເຂົ້າເໝົ້າ ບໍ່ພຽງແຕ່ງດຶງດູດ ຄວາມຮູ້ສຶກ ຈາກລົດຊາດ ຫອມໜຽວ ທັງ ຫວານມັນເທົ່ານັ້ນ ຫາກຍັງສ້າງ ຄວາມປະທັບໃຈ ຂອງ ຜູ້ຊົມ ອີກດ້ວຍ. ລາຍການອາຫານ ເຂົ້າເໝົ້າ ຕ່າງກັບບັນດາປະເພດເຂົ້າໜຽວອ່ືນໆ ຊຶ່ງສາມາດ ປຸງແຕ່ງ ໄດ້ຕະຫຼອດປີ, ແຕ່ສໍາລັບລາຍການອາຫານ ເຂົ້າເໝົ້າ ຈະໄດ້ ຮັບປະທານ ພຽງຊ່ວງເວລາສັ້ນໆ ຄື: ໃນລະດູໃບໄມ້ຫຼົ່ນເທົ່າ ນັ້ນ. ອາດຈະແມ່ນເຫດຜົນນີ້ເອງ ເຂົ້າເໝົ້າ ຈິ່ງຖືວ່າ ເປັນຂອງ ຂວັນພິເສດຂອງຊາວ ຮ່າໂນ້ຍ ໄວ້ເປັນ ຂອງ ຝາກ ຕ້ອນສຳ ລັບ ໝູ່ເພື່ອນທີ່ຫ່າງໄກ ເມື່ອຄິດເຖິງ ຮ່າໂນ້ຍ ໃນໂອກາດ ລະດູໃບໄມ້ຫຼົ່ນວຽນມາເຖິງ. ບົດ: ເງິນຮ່າ-ພາບ: ແຄ໋ງລອງ

ເຂົ້າເໝົ້າ ເປັນຜະລິດຕະພັນສາເພາະ ຂອງຊາວ ຮ່າໂນ້ຍ ເມື່ອລະດູໃບໄມ້ຫຼົ່ນວຽນມາເຖິງ. ຈາກເຂົ້າເໝົ້າ ແມ່ຄົວສາ ມາດປຸງແຕ່ງ ເປັນລາຍການອາຫານ ຫຼາຍເຍື່ອງເຊັ່ນ: ຈ໊າເຂົ້າ ເໝົ້າ, ເຂົ້າໜົມເຂົ້າເໝົ້າ, ນໍ້ຳຫວານເຂົ້າເໝົ້າ... ໃນນັ້ນ ຖ້າໃຜ ເຄີຍຊີມ ເຂົ້າເໝົ້າ ທີ່ມີລົດຊາດ ຫອມຫວານ ແລະ ສີສັນທີ່ ສະດຸດຕາ ກໍຈະຄິດເຖິງ ເຍື່ອງອາຫານນີ້ ຂອງຊາວຮ່າໂນ້ຍ. * ພື້ນຖານຜະລິດເຂົ້າເໝົ້າ ຂອງ ໝູ່ບ້ານ ວ່ອງ: ທີ່ຢູ່: ເຮືອນເລກທີ 18, ຮ່ອມບ້ານ 99, ຖະໜົນ ຊວນຖຸຍ, ເມືອງ ເກົ່າໄຢ໋, ຮ່າໂນ້ຍ. Hotline: 012345.02353 - 012345.01312 ອີເມລ: dacsancomvong@gmail.com ເວັບໄຊ: http://comvonghanoi.net ທ່ານນາງ ເລຖິ້ງ, ເຈົ້າຂອງຮ້ານຂາຍເຂົ້າໜຽວ ຢູ່ຄຸ້ມຖະໜົນ ຢາງື ເປັນເວລາຫຼາຍປີໃຫ້ຮູ້ວ່າ ຊາວ ຮ່າໂນ້ຍ ເຄີຍເຮັດ ເຂົ້າ ເໝົ້າ ແລະ ເມັດບົວ. ນີ້ແມ່ນ ຜະລິດຕະພັນພິເສດ ຂອງ ຮ່າ ໂນ້ຍ ເມື່ອລະດູໃບໄມ້ຫຼົ່ນ ໄດ້ວຽນມາ. ເຂົ້າເໝົ້າທີ່ນິຍົມ ແລະ ເລືອກຊື້ ມີຢູ່ສອງແຫ່ງ ທີ່ມີຊື່ສຽງມາແຕ່ດົນນານ ຂອງ ຮ່າໂນ້ຍ, ນັ້ນຄື ໝູ່ບ້ານ ວ່ອງ ແລະ ໝູ່ບ້ານ ເໝ໊ຈີ່. ລົດຊາດທີ່ຫອມແຊບ ຂອງ ເຂົ້າເໝົ້າ ຈະບໍ່ສົມບູນແບບ ຖ້າ ຫາກຂາດ ໝາກຖົ່ວຂຽວ ທ່ີຕົ້ມເປື່ອຍ ແລ້ວໃຫ້ຕຳໝຸ່ນ ແລະ ໝາກພ້າວຂຸດເປັນເສັ້ນໆ ນໍາຂົ້ວກັບນໍ້າຕານ ແລະ ນຳ້ມັນ. ດ້ວຍການປະສົມປະສານ ທີ່ມີ ຄວາມສວຍງາມ ຢ່າງສະດຸດ ຕາ ລະຫວ່າງບັນດາສີສັນ ຈາກທຳມະຊາດຄື: ສີຂຽວ-ສີຂາວ-ສີເຫຼືອງ ຂອງ ເຂົ້າເໝົ້າ, ເມັດບົວ, ໝາກພ້າວເສັ້ນ ແລະ ຖົ່ວ ຂຽວ, ເພາະສະນັ້ນເຂົ້າເໝົ້າ ບໍ່ພຽງແຕ່ງດຶງດູດ ຄວາມຮູ້ສຶກ ຈາກລົດຊາດ ຫອມໜຽວ ທັງ ຫວານມັນເທົ່ານັ້ນ ຫາກຍັງສ້າງ ຄວາມປະທັບໃຈ ຂອງ ຜູ້ຊົມ ອີກດ້ວຍ. ລາຍການອາຫານ ເຂົ້າເໝົ້າ ຕ່າງກັບບັນດາປະເພດເຂົ້າໜຽວອ່ືນໆ ຊຶ່ງສາມາດ ປຸງແຕ່ງ ໄດ້ຕະຫຼອດປີ, ແຕ່ສໍາລັບລາຍການອາຫານ ເຂົ້າເໝົ້າ ຈະໄດ້ ຮັບປະທານ ພຽງຊ່ວງເວລາສັ້ນໆ ຄື: ໃນລະດູໃບໄມ້ຫຼົ່ນເທົ່າ ນັ້ນ. ອາດຈະແມ່ນເຫດຜົນນີ້ເອງ ເຂົ້າເໝົ້າ ຈິ່ງຖືວ່າ ເປັນຂອງ ຂວັນພິເສດຂອງຊາວ ຮ່າໂນ້ຍ ໄວ້ເປັນ ຂອງ ຝາກ ຕ້ອນສຳ ລັບ ໝູ່ເພື່ອນທີ່ຫ່າງໄກ ເມື່ອຄິດເຖິງ ຮ່າໂນ້ຍ ໃນໂອກາດ ລະດູໃບໄມ້ຫຼົ່ນວຽນມາເຖິງ. ບົດ: ເງິນຮ່າ-ພາບ: ແຄ໋ງລອງ
ບັນດາບົດຕໍ່ໄປ ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ16/12/2025ອາຫານການກິນຈາກຫອຍນາງລົມ ສົດໆ ຈາກທ້ອງທະເລ ຫວຽດນາມ, ຜູ້ຄົນໄດ້ສ້າງ ສັນເມນູ ເຂົ້າປຽກຫອຍນາງລົມ ທີ່ຫອມຫວານ, ເຕັມໄປດ້ວຍຄຸນຄ່າ ທາງໂພຊະນາການ ແລະ ລົດຊາດ ທ່ີເຂັ້ມຂົ້ນ ຂອງ ທ້ອງທະເລ. ເຂົ້າ ປຽກ ຫອຍນາງລົມ ບໍ່ພຽງແຕ່ເປັນອາຫານ ທີ່ຄຸ້ນເຄີຍ ໃນຊີວິດປະຈຳ ວັນ ຂອງ ຊາວ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນວິທີ ໃຫ້ນັກທ່ອງທ່ຽວ ໄດ້ ສຳຜັດກັບລົດຊາດ ຫວານຊື່ນ ຂອງ ທ້ອງທະເລ ແລະ ຄວາມລຽບ ງ່າຍ ຂອງ ອາຫານ ຫວຽດນາມ ຢ່າງຄົບຖ້ວນ. ເຝີ ເຂົ້າກ້ອງ ພັນກຸ້ງ-ຊີ້ນ 19/11/2025ອາຫານການກິນຊາເອືອບດອກບົວ ໄຕໂຮ່ - ສິ່ງຍອດຍິ່ງ ຂອງ ຊາວ ຮ່າໂນ້ຍ21/10/2025ອາຫານການກິນເຂົ້າກ້ອງ ໃບບົວ ໃສ້ກະດູກງົວ10/09/2025ອາຫານການກິນຮ້ານເສັ້ນລ້ອນອ່ຽນ ເຈິນເກີ່ມ ໄດ້ຮັບກຽດຈາກ Michelin Guide19/08/2025ອາຫານການກິນໝົກ ໄກ່ - ອາຫານ ຈານເດັດ ທີ່ເຂັ້ມຂຸ້ນດ້ວຍ ລົດຊາດ ຂອງ ພາກຕາເວັນຕົກສ່ຽງເໜືອ06/08/2025ອາຫານການກິນສິ່ງຍອດຍິ່ງເຝີ ຫວຽດ08/06/2025ອາຫານການກິນ ອ່ານເພີ່ມ