ອາຫານການກິນ ເຂົ້າເໝົ້າ-ລົດຊາດຂອງລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ 01/11/2019 ເຂົ້າເໝົ້າ ເປັນຜະລິດຕະພັນສາເພາະ ຂອງຊາວ ຮ່າໂນ້ຍ ເມື່ອລະດູໃບໄມ້ຫຼົ່ນວຽນມາເຖິງ. ຈາກເຂົ້າເໝົ້າ ແມ່ຄົວສາ ມາດປຸງແຕ່ງ ເປັນລາຍການອາຫານ ຫຼາຍເຍື່ອງເຊັ່ນ: ຈ໊າເຂົ້າ ເໝົ້າ, ເຂົ້າໜົມເຂົ້າເໝົ້າ, ນໍ້ຳຫວານເຂົ້າເໝົ້າ... ໃນນັ້ນ ຖ້າໃຜ ເຄີຍຊີມ ເຂົ້າເໝົ້າ ທີ່ມີລົດຊາດ ຫອມຫວານ ແລະ ສີສັນທີ່ ສະດຸດຕາ ກໍຈະຄິດເຖິງ ເຍື່ອງອາຫານນີ້ ຂອງຊາວຮ່າໂນ້ຍ. * ພື້ນຖານຜະລິດເຂົ້າເໝົ້າ ຂອງ ໝູ່ບ້ານ ວ່ອງ: ທີ່ຢູ່: ເຮືອນເລກທີ 18, ຮ່ອມບ້ານ 99, ຖະໜົນ ຊວນຖຸຍ, ເມືອງ ເກົ່າໄຢ໋, ຮ່າໂນ້ຍ. Hotline: 012345.02353 - 012345.01312 ອີເມລ: dacsancomvong@gmail.com ເວັບໄຊ: http://comvonghanoi.net ທ່ານນາງ ເລຖິ້ງ, ເຈົ້າຂອງຮ້ານຂາຍເຂົ້າໜຽວ ຢູ່ຄຸ້ມຖະໜົນ ຢາງື ເປັນເວລາຫຼາຍປີໃຫ້ຮູ້ວ່າ ຊາວ ຮ່າໂນ້ຍ ເຄີຍເຮັດ ເຂົ້າ ເໝົ້າ ແລະ ເມັດບົວ. ນີ້ແມ່ນ ຜະລິດຕະພັນພິເສດ ຂອງ ຮ່າ ໂນ້ຍ ເມື່ອລະດູໃບໄມ້ຫຼົ່ນ ໄດ້ວຽນມາ. ເຂົ້າເໝົ້າທີ່ນິຍົມ ແລະ ເລືອກຊື້ ມີຢູ່ສອງແຫ່ງ ທີ່ມີຊື່ສຽງມາແຕ່ດົນນານ ຂອງ ຮ່າໂນ້ຍ, ນັ້ນຄື ໝູ່ບ້ານ ວ່ອງ ແລະ ໝູ່ບ້ານ ເໝ໊ຈີ່. ລົດຊາດທີ່ຫອມແຊບ ຂອງ ເຂົ້າເໝົ້າ ຈະບໍ່ສົມບູນແບບ ຖ້າ ຫາກຂາດ ໝາກຖົ່ວຂຽວ ທ່ີຕົ້ມເປື່ອຍ ແລ້ວໃຫ້ຕຳໝຸ່ນ ແລະ ໝາກພ້າວຂຸດເປັນເສັ້ນໆ ນໍາຂົ້ວກັບນໍ້າຕານ ແລະ ນຳ້ມັນ. ດ້ວຍການປະສົມປະສານ ທີ່ມີ ຄວາມສວຍງາມ ຢ່າງສະດຸດ ຕາ ລະຫວ່າງບັນດາສີສັນ ຈາກທຳມະຊາດຄື: ສີຂຽວ-ສີຂາວ-ສີເຫຼືອງ ຂອງ ເຂົ້າເໝົ້າ, ເມັດບົວ, ໝາກພ້າວເສັ້ນ ແລະ ຖົ່ວ ຂຽວ, ເພາະສະນັ້ນເຂົ້າເໝົ້າ ບໍ່ພຽງແຕ່ງດຶງດູດ ຄວາມຮູ້ສຶກ ຈາກລົດຊາດ ຫອມໜຽວ ທັງ ຫວານມັນເທົ່ານັ້ນ ຫາກຍັງສ້າງ ຄວາມປະທັບໃຈ ຂອງ ຜູ້ຊົມ ອີກດ້ວຍ. ລາຍການອາຫານ ເຂົ້າເໝົ້າ ຕ່າງກັບບັນດາປະເພດເຂົ້າໜຽວອ່ືນໆ ຊຶ່ງສາມາດ ປຸງແຕ່ງ ໄດ້ຕະຫຼອດປີ, ແຕ່ສໍາລັບລາຍການອາຫານ ເຂົ້າເໝົ້າ ຈະໄດ້ ຮັບປະທານ ພຽງຊ່ວງເວລາສັ້ນໆ ຄື: ໃນລະດູໃບໄມ້ຫຼົ່ນເທົ່າ ນັ້ນ. ອາດຈະແມ່ນເຫດຜົນນີ້ເອງ ເຂົ້າເໝົ້າ ຈິ່ງຖືວ່າ ເປັນຂອງ ຂວັນພິເສດຂອງຊາວ ຮ່າໂນ້ຍ ໄວ້ເປັນ ຂອງ ຝາກ ຕ້ອນສຳ ລັບ ໝູ່ເພື່ອນທີ່ຫ່າງໄກ ເມື່ອຄິດເຖິງ ຮ່າໂນ້ຍ ໃນໂອກາດ ລະດູໃບໄມ້ຫຼົ່ນວຽນມາເຖິງ. ບົດ: ເງິນຮ່າ-ພາບ: ແຄ໋ງລອງ

ເຂົ້າເໝົ້າ ເປັນຜະລິດຕະພັນສາເພາະ ຂອງຊາວ ຮ່າໂນ້ຍ ເມື່ອລະດູໃບໄມ້ຫຼົ່ນວຽນມາເຖິງ. ຈາກເຂົ້າເໝົ້າ ແມ່ຄົວສາ ມາດປຸງແຕ່ງ ເປັນລາຍການອາຫານ ຫຼາຍເຍື່ອງເຊັ່ນ: ຈ໊າເຂົ້າ ເໝົ້າ, ເຂົ້າໜົມເຂົ້າເໝົ້າ, ນໍ້ຳຫວານເຂົ້າເໝົ້າ... ໃນນັ້ນ ຖ້າໃຜ ເຄີຍຊີມ ເຂົ້າເໝົ້າ ທີ່ມີລົດຊາດ ຫອມຫວານ ແລະ ສີສັນທີ່ ສະດຸດຕາ ກໍຈະຄິດເຖິງ ເຍື່ອງອາຫານນີ້ ຂອງຊາວຮ່າໂນ້ຍ. * ພື້ນຖານຜະລິດເຂົ້າເໝົ້າ ຂອງ ໝູ່ບ້ານ ວ່ອງ: ທີ່ຢູ່: ເຮືອນເລກທີ 18, ຮ່ອມບ້ານ 99, ຖະໜົນ ຊວນຖຸຍ, ເມືອງ ເກົ່າໄຢ໋, ຮ່າໂນ້ຍ. Hotline: 012345.02353 - 012345.01312 ອີເມລ: dacsancomvong@gmail.com ເວັບໄຊ: http://comvonghanoi.net ທ່ານນາງ ເລຖິ້ງ, ເຈົ້າຂອງຮ້ານຂາຍເຂົ້າໜຽວ ຢູ່ຄຸ້ມຖະໜົນ ຢາງື ເປັນເວລາຫຼາຍປີໃຫ້ຮູ້ວ່າ ຊາວ ຮ່າໂນ້ຍ ເຄີຍເຮັດ ເຂົ້າ ເໝົ້າ ແລະ ເມັດບົວ. ນີ້ແມ່ນ ຜະລິດຕະພັນພິເສດ ຂອງ ຮ່າ ໂນ້ຍ ເມື່ອລະດູໃບໄມ້ຫຼົ່ນ ໄດ້ວຽນມາ. ເຂົ້າເໝົ້າທີ່ນິຍົມ ແລະ ເລືອກຊື້ ມີຢູ່ສອງແຫ່ງ ທີ່ມີຊື່ສຽງມາແຕ່ດົນນານ ຂອງ ຮ່າໂນ້ຍ, ນັ້ນຄື ໝູ່ບ້ານ ວ່ອງ ແລະ ໝູ່ບ້ານ ເໝ໊ຈີ່. ລົດຊາດທີ່ຫອມແຊບ ຂອງ ເຂົ້າເໝົ້າ ຈະບໍ່ສົມບູນແບບ ຖ້າ ຫາກຂາດ ໝາກຖົ່ວຂຽວ ທ່ີຕົ້ມເປື່ອຍ ແລ້ວໃຫ້ຕຳໝຸ່ນ ແລະ ໝາກພ້າວຂຸດເປັນເສັ້ນໆ ນໍາຂົ້ວກັບນໍ້າຕານ ແລະ ນຳ້ມັນ. ດ້ວຍການປະສົມປະສານ ທີ່ມີ ຄວາມສວຍງາມ ຢ່າງສະດຸດ ຕາ ລະຫວ່າງບັນດາສີສັນ ຈາກທຳມະຊາດຄື: ສີຂຽວ-ສີຂາວ-ສີເຫຼືອງ ຂອງ ເຂົ້າເໝົ້າ, ເມັດບົວ, ໝາກພ້າວເສັ້ນ ແລະ ຖົ່ວ ຂຽວ, ເພາະສະນັ້ນເຂົ້າເໝົ້າ ບໍ່ພຽງແຕ່ງດຶງດູດ ຄວາມຮູ້ສຶກ ຈາກລົດຊາດ ຫອມໜຽວ ທັງ ຫວານມັນເທົ່ານັ້ນ ຫາກຍັງສ້າງ ຄວາມປະທັບໃຈ ຂອງ ຜູ້ຊົມ ອີກດ້ວຍ. ລາຍການອາຫານ ເຂົ້າເໝົ້າ ຕ່າງກັບບັນດາປະເພດເຂົ້າໜຽວອ່ືນໆ ຊຶ່ງສາມາດ ປຸງແຕ່ງ ໄດ້ຕະຫຼອດປີ, ແຕ່ສໍາລັບລາຍການອາຫານ ເຂົ້າເໝົ້າ ຈະໄດ້ ຮັບປະທານ ພຽງຊ່ວງເວລາສັ້ນໆ ຄື: ໃນລະດູໃບໄມ້ຫຼົ່ນເທົ່າ ນັ້ນ. ອາດຈະແມ່ນເຫດຜົນນີ້ເອງ ເຂົ້າເໝົ້າ ຈິ່ງຖືວ່າ ເປັນຂອງ ຂວັນພິເສດຂອງຊາວ ຮ່າໂນ້ຍ ໄວ້ເປັນ ຂອງ ຝາກ ຕ້ອນສຳ ລັບ ໝູ່ເພື່ອນທີ່ຫ່າງໄກ ເມື່ອຄິດເຖິງ ຮ່າໂນ້ຍ ໃນໂອກາດ ລະດູໃບໄມ້ຫຼົ່ນວຽນມາເຖິງ. ບົດ: ເງິນຮ່າ-ພາບ: ແຄ໋ງລອງ