• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ​ປະ​ຕິ​ບັດ​ມາດ​ຕະ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ໄປ​ຄຽງ​ຄູ່​ກັບ​ການ​ປະ​ຕິ​ບັດມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂ​ລກ​ລະ​ບາດ

ຕໍ່ໜ້າຄວາມຫຍຸ້ງຍາກ ແລະ ສິ່ງທະທາຍ ຍ້ອນໂລກລະບາດໂຄວິດ - 19, ດ້ວຍບົດບາດເປັນເຂດເສດຖະກິດນຳໜ້າ, ຮ້າໂນ້ຍໄດ້ຜັນຂະຫຍາຍປະຕິບັດບັນດາມາດຕະການ ແລະ ໜ້າທີ່ຄວບຄູ່ຢ່າງຂ້ຽວຊາດ ທັງປ້ອງກັນ ແລະ ສະກັດກັ້ນໂລກລະບາດ ທັງຜະລິດ, ດຳເນີນທຸລະກິດ, ຟື້ນຟູເສດຖະກິດ, ຮັບປະກັນຊີວິດສັງຄົມ.

(ພາບປະກອບ: laodongthudo.vn) 

ທາງນະຄອນໄດ້ປະຕິບັດການປະຢັດໃນການໃຊ້ຈ່າຍເປັນປະຈຳ ຫຼຸດຜ່ອນບັນດາວຽກງານທີ່ຍັງບໍ່ທັນຈຳເປັນ; ຮຽກຮ້ອງວິສາຫະກິດໃຊ້ຈ່າຍຢ່າງປະຢັດ ເພື່ອສະຫງວນແຫລ່ງກຳລັງຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ໄປຄຽງຄູ່ກັນນັ້ນ, ນະຄອນກໍຊີ້ນຳໃຫ້ສຸມໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວເຊື່ອມຕໍ່ລະຫວ່າງຜູ້ຈຳໜ່າຍກັບຜູ້ບໍລິໂພກອຸປະໂພກ, ໜູນຊ່ວຍການຈຳໜ່າຍບັນດາຜະລິດຕະພັນກະເສດ, ສິນໃນນ້ຳທີ່ກຳລັງ ແລະ ໃກ້ຈະຮອດລະດູການເກັບກ່ຽວ; ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າຢູ່ຕະຫຼາດພາຍໃນ, ປຸກລຸກກຳລັງພາຍໃນປະເທດ, ສົ່ງເສີມວິສາຫະກິດຫວຽດນາມພັດທະນາ ແລະ ການຊົມໃຊ້ສິນຄ້າຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top