• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ພັດທະນາຜະລິດຕະພັນຂອງໝູ່ບ້ານຫັດຖະກຳພື້ນເມືອງ ເພື່ອຮັບໃຊ້ແຂກທ່ອງທ່ຽວ

      ພັດທະນາຜະລິດຕະພັນຂອງໝູ່ບ້ານຫັດຖະກຳພື້ນເມືອງຮັບໃຊ້ແຂກທ່ອງທ່ຽວ, ແນໃສ່ແນະນຳຄຸນຄ່າວັດທະນະທຳ ຮ່າໂນ້ຍ ໃຫ້ແຂກທ່ອງທ່ຽວ, ປະກອບສ່ວນຊຸກຍູ້ການຜະລິດຂອງໝູ່ບ້ານຫັດຖະກຳພື້ນເມືອງ ແລະ ຄ່ອຍໆເປັນການຢັ້ງຢືນທີ່ຕັ້ງຂອງເຄື່ອງທີ່ລະນຶກ ຫວຽດນາມ.            
 

      ຮ່າໂນ້ຍ ພັດທະນາຜະລິດຕະພັນຂອງໝູ່ບ້ານຫັດຖະກຳພື້ນເມືອງ ເພື່ອຮັບໃຊ້ແຂກທ່ອງທ່ຽວ (ພາບ: TTXVN)
      ຕາມຂໍ້ມູນຂ່າວທີ່ກອງປະຊຸມໂອ້ລົມສົນທະນາລະຫວ່າງພະແນກທ່ອງທ່ຽວ ຮ່າໂນ້ຍ ກັບບັນດານັກສິລະປະການ, ຮາກຖານຜະລິດຢູ່ໝູ່ບ້ານຫັດຖະກຳ ຮ່າໂນ້ຍ, ດຳເນີນໃນຕອນບ່າຍວັນທີ 02 ມີນາ ໃຫ້ຮູ້ວ່າ: ຮ່າໂນ້ຍ ມີໝູ່ບ້ານຫັດຖະກຳພື້ນເມືອງປະມານ 1350 ແຫ່ງ, ໃນນັ້ນ ມີໝູ່ບ້ານຫັດຖະກຳພື້ນເມືອງດີເດັ່ນກ່ວາ 300 ແຫ່ງ. ທ່ານ ເຈິ່ນດຶກຫາຍ, ຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ໃຫ້ຮູ້ວ່າ: ນັບແຕ່ເມື່ອນະຄອນປະຕິບັດການພັດທະນາທ່ອງທ່ຽວຕິດພັນກັບໝູ່ບ້ານຫັດຖະກຳນັ້ນ ການຜະລິດເຄື່ອງທີ່ລະນຶກກໍ່ມີການຫັນປ່ຽນຫລາຍຢ່າງກ່ວາເກົ່າ. ເພື່ອພັດທະນາຢ່າງມີແບບມີແຜນນັ້ນ ຄວນມີການລົງທຶນກ່ວາອີກ, ຜະລິດຕະພັນຕ້ອງເໝາະ ສົມກັບຄວາມຕ້ອງການຂອງແຂກທ່ອງທ່ຽວ…ພະແນກທ່ອງທ່ຽວ ຮ່າໂນ້ຍ ດ້ວຍບົດບາດເປັນອົງການຄຸ້ມຄອງການທ່ອງທ່ຽວ ຈະສ້າງເງຶ່ອນໄຂຢ່າງສຸດຂີດໃຫ້ແກ່ບັນດາໝູ່ບ້ານຫັດຖະກຳພັດທະນາຜະລິດຕະພັນເຄື່ອງທີ່ລະນຶກ ເພື່ອຮັບໃຊ້ແຂກທ່ອງທ່ຽວ.
 (ແຫຼ່ງຄັດຈາກ VOV)

 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top