• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍແລະນະຄອນໂຮ່ຈິມິນຮັບລາງວັນບັ້ນເຄື່ອນໄຫວ marketing TPO ດີທີ່ສຸດ 2018

ຕອນຄ່ຳວັນທີ 22 ມິຖຸນາ, ຢູ່ນະຄອນໂຮ່ຈິມິນ, ໃນພິທີອັດເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນພາກພື້ນອາຊີ - ປາຊີຟິກ (TPO) ຄັ້ງທີ 8 ປີ 2018 ໄດ້ດຳເນີນລາຍການມອບລາງວັນ TPO ໃນຂົງເຂດທ່ອງທ່ຽວ.

(ຮ່າໂນ້ຍແລະນະຄອນໂຮ່ຈິມິນຮັບລາງວັນບັ້ນເຄື່ອນໄຫວ marketing TPO ດີທີ່ສຸດ 2018)

ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງຮ່າໂນ້ຍ ໄດ້ເປັນກຽດໄດ້ຮັບລາງວັນບັ້ນເຄື່ອນໄຫວ marketing TPO ດີທີ່ສຸດ ປີ 2018.

      ເວທີປາໄສ TPO ຄັ້ງທີ 8 ປີ 2018 ດຳເນີນໃນລະຫວ່າງວັນທີ 21 – 22 ມິຖຸນາ ຢູ່ນະຄອນໂຮ່ຈິມິນ ດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ການພົບປະແລກປ່ຽນ, ການເຊື່ອມຕໍ່ລະຫວ່າງບັນດານະຄອນ, ວິສາຫະກິດຂອງບັນດາປະເທດແມ່ນສະມາຊິກຂອງ TPO.

      ດ້ວຍຫົວຂໍ້ “ທ່ອງທ່ຽວສະຫຼາດ”, ເວທີປາໄສ TPO ລວມມີບັນດາການເຄື່ອນໄຫວຄື: ລາຍການພົບປະການຄ້າທ່ອງທ່ຽວ TPO ເປີດກວ້າງ ສົມທົບກັບງານວາງສະແດງທ່ອງທ່ຽວສະຫຼາດ; ກອງປະຊຸມຄະນະກຳມະການບໍລິຫານຈັດຕັ້ງ TPO ຄັ້ງທີ 31; ການພົບປະແລກປ່ຽນລະຫວ່າງບັນດານະຄອນສະມາຊິກ TPO.

(ແຫຼ່ງຄັດຈາກ VOV)


ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top