• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍມອບ 73 ລາງວັນໃຫ້ແກ່ການອອກແບບຜະລິດຕະພັນເຄື່ອງສິລະປະຫັດຖະກຳປີ 2019

ການເສັງດັ່ງກ່າວເພື່ອແນໃສ່ສົ່ງເສີມບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ບັນດານັກສິລະປະການໃນບໍລິເວນນະຄອນຮ່າໂນ້ຍ ເສີມຂະຫຍາຍແນວຄວາມຄິດ, ອອກແບບບັນດາຜະລິດຕະພັນເຄື່ອງສິລະປະຫັດຖະກຳ ທີ່ມີມູນຄ່າເສດຖະກິດ, ເຕັກນິກສູງ…


ພິທີມອບລາງວັນ

(ພາບ: TTXVN)


ວັນທີ 19 ຕຸລາ, ພະແນກອຸດສາຫະກຳການຄ້າຮ່າໂນ້ຍ ໄດ້ມອບລາງວັນໃຫ້ບັນດາໝູ່ຄະນະ ແລະ ນັກສິລະປະການທີ່ເຂົ້າຮ່ວມການເສັງ “ອອກແບບຜະລິດຕະພັນເຄື່ອງສິລະປະຫັດຖະກຳຮ່າໂນ້ຍ ປີ 2019” 73 ລາງວັນ, ດ້ວຍຫົວຂໍ້ວ່າ “ຜະລິດຕະພັນເຄື່ອງສິລະປະຫັດຖະກຳຮ່າໂນ້ຍ ການອອກແບບປະດິດຄິດສ້າງ”.

        ການເສັງດັ່ງກ່າວເພື່ອແນໃສ່ສົ່ງເສີມບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ບັນດານັກສິລະປະການໃນບໍລິເວນນະຄອນຮ່າໂນ້ຍ ເສີມຂະຫຍາຍແນວຄວາມຄິດ, ອອກແບບບັນດາຜະລິດຕະພັນເຄື່ອງສິລະປະຫັດຖະກຳ ທີ່ມີມູນຄ່າເສດຖະກິດ, ເຕັກນິກສູງ… ປະກອບສ່ວນໜູນຊ່ວຍບັນດາວິສາຫະກິດ, ຮາກຖານການຜະລິດໃນບໍລິເວນນະຄອນຮ່າໂນ້ຍ ຫັນບັນດາການອອກແບບຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ຕອບສະໜອງຄວາມຕ້ອງການຂອງລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດ.

        ສິ້ນສຸດການເສັງ, ຄະນະຈັດຕັ້ງໄດ້ຄັດເລືອກ 73 ອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີຜະລິດຕະພັນຍາດໄດ້ລາງວັນໃນການເສັງຄັ້ງນີ້, ໃນນັ້ນໄດ້ມອບລາງວັນທີໜຶ່ງ 5 ລາງວັນ, ລາງວັນທີສອງ 15 ລາງວັນ, ລາງວັນທີສາມ 20 ລາງວັນ ແລະ ລາງວັນຊົມເຊີຍ 33 ລາງວັນ.

 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top