• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮຽກ​ຮ້ອງ ຈີນ ຢຸດ​ຕິ​ການ​ກະ​ທຳ​ລ່ວງ​ລ້ຳ ແລະ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ

ການເຄື່ອນໄຫວຂອງບັນດາກ່ຳປັ່ນ ຈີນ ໃນຂອບເຂດນ່ານທະເລຂອງ ເກາະ ຊີງຕົນດົງ ຢູ່ໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ແມ່ນລ່ວງລ້ຳອະທິປະໄຕຂອງ ຫວຽດນາມ, ລະເມີດຂໍ້ກໍານົດຂອງ UNCLOS.
 
ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ (ພາບ: vtv.vn)

ວັນທີ 25 ມີນາ, ຢູ່ການຖະແຫຼງຂ່າວນັດສາມັນ ຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ໜ້າເລື່ອງມີກ່ຳປັ່ນຫຼາຍລຳຂອງ ຈີນ ເຄື່ອນໄຫວຢູ່ ຫາດດອນ ບາເດົ່າ ໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ:

ການເຄື່ອນໄຫວຂອງບັນດາກ່ຳປັ່ນ ຈີນ ໃນຂອບເຂດນ່ານທະເລຂອງ ເກາະ ຊີງຕົນດົງ ຢູ່ໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ແມ່ນລ່ວງລ້ຳອະທິປະໄຕຂອງ ຫວຽດນາມ, ລະເມີດຂໍ້ກໍານົດຂອງ UNCLOS, ໄປຝືນກັບເນື້ອໃນຈິດໃຈຂອງ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ກໍ່ຜົນກະທົບບໍ່ດີຕໍ່ວິວັດການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ລະຫວ່າງ ອາຊຽນ ແລະ ຈີນ (COC).

        ຫວຽດນາມ ຮຽກຮ້ອງໃຫ້ ຈີນ ຈົ່ງຢຸດຕິບັນດາການກະທຳລ່ວງລ້ຳອະທິປະໄຕ, ເຄົາລົບອະທິປະໄຕຂອງ ຫວຽດນາມ ແລະ ຄວນມີເຈດຕະນາປະຕິບັດສົນທິສັນຍາ UNCLOS; ປະຕິບັດ ຖະແຫຼງການ DOC ຢ່າງເຂັ້ມງວດ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ; ສ້າງເງື່ອນໄຂສະດວກໃຫ້ແກ່ວິວັດການເຈລະຈາ COC; ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກຳຢູ່ທະລ ໃນພາກພື້ນ. 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top