• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໊ອງ ພົບ​ປະ​ສອງ​ຝ່າຍ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ແລະ ຮອງ​ປະ​ທ​ານ​ສະ​ພາ​ສູງ ອົດ​ສະ​ຕາ​ລີ

ຕອນບ່າຍວັນທີ 15 ມັງກອນ, ກອງປະຊຸມປະຈຳປີຄັ້ງທີ 28 ເວທີປາໄສ ລັດຖະສະພາ ອາຊີ - ປາຊີຟິກ (APPF 28) ໄດ້ອັດລົງຢູ່ນະຄອນຫຼວງ Canberra, ປະເທດ ອົດສະຕາລີ ເຊິ່ງໄດ້ຮັບຮອງເອົາມະຕິ ແລະ ຖະແຫຼງການຮ່ວມ 19 ສະບັບ.

ທ່ານນາງ ຕ່ອງທິຟ໊ອງ ຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ແລະ  ທ່ານ Samdech Heng Samrin ປະທານສະພາແຫ່ງຊາດ ກຳປູເຈຍ (ພາບ: Quochoi.vn)

ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ຕ່ອງທິຟ໊ອງ ຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມນຳໜ້າ, ໄດ້ເຂົ້າຮ່ວມບັນດາເນື້ອໃນຂອງ ເວທີປາໄສຢ່າງຕັ້ງໜ້າແລະ ຄົບຖ້ວນ, ແລະ ສະໜັບສະໜູນ ມະຕິ 2 ສະບັບກ່ຽວກັບການຄ້າ ແລະ ເສດຖະກິດ ດີຈີຕອນ.

ໃນວັນທີ 15 ມັງກອນ, ຢູ່ນອກກອງປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ ໄດ້ມີການພົບປະສອງຝ່າຍ ກັບທ່ານນາງປະທານສະພາແຫ່ງຊາດລາວ, ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ແລະ ທ່ານຮອງປະທານສະພາສູງ ອົດສະຕາລີ. ທີ່ການພົບປະ ກັບທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ລາວ, ທ່ານນາງ ຕ່ອງທິຟ໊ອງ ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນຜັນຂະຫຍາຍການຈັດຕັ້ງບັນດາໂຄງການຮ່ວມມື, ບັນດາກອງປະຊຸມ, ກອງປະຊຸມສຳມະນາ ແບ່ງປັນບົດຮຽນປະສົບການກ່ຽວກັບບັນດາຂົງເຂດວິຊາສະເພາະຂອງ ສະພາແຫ່ງຊາດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທີ່ການພົບປະກັບທ່ານ Samdech Heng Samrin ປະທານສະພາແຫ່ງຊາດ ກຳປູເຈຍ. ທ່ານນາງ ຕ່ອງທິຟ໊ອງ ຖືກ ວ່າ ສອງຝ່າຍຄວນຍົກສູງການໂຄສະນາ, ສຶກສາອົບຮົມກ່ຽວກັບການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີ, ການຮ່ວມມືຮອບດ້ານໃຫ້ແກ່ປະຊາຊົນທຸກຊັ້ນວັນນະເປັນຕົ້ນແມ່ນໄວໜຸ່ມຂອງສອງປະເທດ.

        ທີ່ການພົບປະກັບທ່ານ Sue Lines ຮອງປະທານສະພາສູງອົດສະຕາລີ, ທ່ານນາງ ຕ່ອງທິຟ໊ອງ ໄດ້ຕີລາສູງ ຫົວຂໍ້ກອງປະຊຸມກໍ່ຄື ວຽກງານການຈັດຕັ້ງທີ່ເປັນມືອາຊີບຂອງສະພາແຫ່ງຊາດ ອົດສະຕາລີ, ໃຫ້ຮູ້ວ່າ ຄະນະຜູ້ແທນຫວຽດນາມໄດ້ເຂົ້າຮ່ວມຢ່າງຕັ້ງໜ້າຢູ່ບັນດາວາລະປຶກສາຫາລືຂອງກອງປະຊຸມ. ພ້ອມທັງຕີລາຄາສູງຕໍ່ເລື່ອງ ລັດຖະບານ ແລະ ສະພາແຫ່ງຊາດ ອົດສະຕາລີໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ທີ່ພວມທຳມາຫາກິນ, ດຳລົງຊີວິດ ແລະ ຮ່ຳຮຽນ ຢູ່ ອົດສະຕາລີ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top