• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງລັດຖະມົນຕີກະຊວງການຕ່າງປະເທດຫງວຽນກວັກຢຸງເຂົ້າຮ່ວມກອງປະຊຸມ SOM ASEAN

ວັນທີ 05 ມິຖຸນາ, ຢູ່ສິງກະໂປ, ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SOM ASEAN) ດ້ວຍການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີ, ເລຂາຜູ້ປະຈຳການກະຊວງການຕ່າງປະເທດ 10 ປະເທດອາຊຽນ ແລະ ຄະນະເລຂາອາຊຽນ.

(ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫງວຽນກວັກຢຸງ ເຂົ້າຮ່ວມກອງປະຊຸມ SOM ASEAN)
ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັດຢຸງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ຜັນຂະຫຍາຍບັນດາບຸລິມະສິດ, ຈຸດສຸມທີ່ໄດ້ວາງອອກໃຫ້ປີ 2018 ໃຫ້ສຳເລັດ ເພື່ອແນໃສ່ມຸ່ງໄປເຖິງການສ້າງອາຊຽນ ທີ່ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ, ແບ່ງປັນຄຳເຫັນກ່ຽວກັບບັນດາມາດຕະການປັບປຸງ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື. ກ່ຽວກັບສະພາບການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC); ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ໃສ່ໃຈເຖິງບັນດາການຜັນແປເປັນໜ້າວິຕົກກັງວົນມໍໆມານີ້ຢູ່ທະເລຕາເວັນອອກໄດ້ລະເມີດ DOC ແລະ ມີຜົນກະທົບຫຍໍ້ທທໍ້ເຖິງວິວັດທະນາການສ້າງ COC; ຮຽກຮ້ອງໃຫ້ອາຊຽນ ສາມັກຄີ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ, ເສລີພາບໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ຢຶດໝັ້ນບັນດາຫຼັກການທີ່ໄດ້ລົງນາມແລ້ວ, ໃນນັ້ນມີການປອດການທະຫານ; ສືບຕໍ່ພ້ອມກັບຈີນ ປະຕິບັດ DOC ຢ່າງຄົບຖ້ວນມີປະສິດທິຜົນ ແລະ ສ້າງ COC ຢ່າງຮອບດ້ານ, ມີປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top