• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ Dato’ Sri Mohd Johari bin Haharom ຢ້ຽມຢາມຫວຽດນາມ


ທ່ານ​ພົນ​ເອກ ໂງ​ຊວນ​ລິກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຫວຽດ​ນາມ 
​ຕ້ອນ​ຮັບ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ
(ພາບ: TTXVN)
      ຕອນ​ບ່າຍ​ວັນ​ທີ 14/12, ທ່ານ​ພົນ​ເອກ ໂງ​ຊວນ​ລິກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຫວຽດ​ນາມ ໄດ້​ຕ້ອນ​ຮັບ ທ່ານ Dato’ Sri Mohd Johari bin Haharom ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ເນື່ອງ​ໃນ​ໂອ​ກາດ ຄະ​ນະ​ຜູ້​ແທນ​ມາຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ຫວຽດ​ນາມ ​ໃນ​ລະ​ຫວ່າງວັນ​ທີ 14 - 16/12.
        ກອນ​ໜ້ານັ້ນ, ທ່ານ ພົນ​ໂທ ຫງວຽນ​ຈີ໋​ວີ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຫວຽດ​ນາມ ໄດ້ພົບ​ປະ​ເຈ​ລະ​ຈາ​ກັບ ທ່ານ Dato’ Sri Mohd Johari bin Haharom ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ. ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ສອງ​ຝ່າຍ ຢືນ​ຢັນ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ ລະ​ຫວ່າງ ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນທະ​ເລ​ບົນ​ພື້ນ​ຖານ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​​ຍຸດ​ທະ​ສາດຫວຽດ​ນາມ -ມາ​ເລ​ເຊຍ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍເຫັນດີເປັນເອກະສັນສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາເນື້ອ​ໃນ​ຮ່ວມ​ມື​ຢ່າງ​ຄົບ​ຖ້ວນ, ມີ​ປະ​ສິດ​ທິ​ຜົນ​; ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີທາບທາມ​ແລກ​ປ່ຽນຄຳເຫັນ​ເພື່ອ​ມີ​ທັດ​ສະ​ນະລວມ​ໃນ​ບັນ​ດາ​ບັນ​ຫາ​ຄວາມ​​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແລະ ສາ​ກົນ ​ຢ​ູ່ນອກ​ບັນ​ດາ​ເວ​ທີ​ປາ​​ໃສ​ຫຼາຍ​ຝ່າຍ ເຊີ່ງ​ສອງ​ຝ່າຍ​ຕ່າງກໍ່ແມ່ນ​ສະ​ມາ​ຊິກ, ພິ​ເສດ​ແມ່ນ​ບັນ​ດາສະ​ພາ​ປ້ອງກັນ​ຊາດ - ການທະ​ຫານອາ​ຊຽນ ຄື: ADMM, ADMM+, ACDFIM, ARF... ອັນ​ໄດ້ປະ​ກອບ​ສ່ວນ​ຮັກ​ສາ​​ຄວາມສາ​ມັກ​ຄີພາຍໃນ​ກຸ​່ມ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ​ອາ​ຊຽນ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​​ໝັ້ນ​ຄ​ົງໃນ​ພາກ​ພື້ນ ແລະ ໃນ​ໂລກ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top