• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັ​ບ​ເລ​ຂາ​ທິ​ການ​ໃຫ​ຍ​່​ພັກ​ແຮງ​ງານ​ເມັກ​ຊີ​ໂກ

ຕອນບ່າຍວັນທີ 27 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຕ່ອງທິຝ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Alberto Anaya Gutierrez ເລຂາທິການໃຫຍ່ພັກແຮງງານເມັກຊີໂກ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານນາງ ຕ່ອງທິຝ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Alberto Anaya Gutierrez ເລຂາທິການໃຫຍ່ພັກແຮງງານເມັກຊີໂກ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງ ຕ່ອງທິຝ໊ອງ ເນັ້ນໜັກວ່າ: ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນການເພີ່ມທະວີ ແລະ ພັດທະນາການພົວພັນຮ່ວມມືໃນຫຼາຍດ້ານກັບ ເມັກຊີໂກ. ພ້ອມທັງເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈຂອງທັງສອງຝ່າຍ, ການພົວພັນລະຫວ່າງສອງປະເທດ, ສອງສະພາແຫ່ງຊາດຈະນັບມື້ນັບພັດທະນາດີງາມກ່ວາອີກ.

ສ່ວນທ່ານ Alberto Anaya Gutierrez ເລຂາທິການໃຫຍ່ພັກແຮງງານເມັກຊີໂກ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງປະເທດຈະຊຸກຍູ້ ແລະ ເພີ່ມທະວີການເຄື່ອນໄຫວແລກປ່ຽນສອງຝ່າຍລະຫວ່າງ ສະພາແຫ່ງຊາດສອງປະເທດໃຫ້ຫຼາຍກ່ວາອີກ, ສະເໜີໃຫ້ ມີກົນໄກຜັດປ່ຽນກັນຈັດຕັ້ງກອງປະຊຸມລະຫວ່າງ ສອງຝ່າຍ, ປີໜຶ່ງຈັດຕັ້ງຢູ່ ເມັກຊີໂກ ແລະ ປີໜຶ່ງຈັດຕັ້ງຢູ່ ຫວຽດນາມ; ສະພາແຫ່ງຊາດສອງປະເທດສາມາດສ້າງຕັ້ງກົນໄກແລກປ່ຽນກ່ຽວກັບຂໍ້ມູນຂ່າວສານ, ວັດທະນະທຳ, ການສຶກສາ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top