ຂ່າວສານ
ຮອງປະທານສະພາແຫ່ງຊາດ ຝູ່ງກວກຫຽນ ກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກ,ນ້ຳຖ້ວມຢູ່ແຂວງ ລາຍເຈົາ

ທ່ານຮອງປະທານສະພາແຫ່ງຊາດ ຝູ່ງກວກຫຽນ ໄດ້ຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈຍາດຕິພີ່ນ້ອງ
ບັນດາຜູ້ປະສົບເຄາະຮ້າຍ ຢູ່ແຂວງ ລາຍເຈົາ.
ໃນການປະຕິບັດງານຄັ້ງນີ້, ທ່ານຮອງປະທານສະພາແຫ່ງຊາດ ຝູ່ງກວກຫຽນ ໄດ້ກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຢູ່ເມືອງ ຕາມເດືອງ, ເຕິນອວຽນ ແລະ ທານອວຽນ. ນະທີ່ນີ້, ທ່ານ ຝູ່ງກວກຫຽນ ຮຽກຮ້ອງອຳນາດການປົກຄອງບັນດາທ້ອງຖິ່ນ ສຸມໃສ່ເຂົ້າໃນວຽກງານແກ້ໄຂຜົນຮ້າຍຢ້ອນຫລັງ, ຍົກຍ້າຍບັນດາຄອບຄົວອອກຈາກເຂດທີ່ມີຄວາມສ່ຽງເກີດດິນເຊາະເຈື່ອນ. ພາຍຫລັງເກີດເຫດນ້ຳແກ່ງ, ດິນເຊາະເຈື່ອນ, ອຳນາດການປົກຄອງແຂວງ ລາຍເຈົາ ທຸກຂັ້ນຫໄດ້ເອົາໃຈໃສ່ ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ກະກຽມທັນຍາຫານ, ນ້ຳດື່ມ, ວຽກງານປ້ອງກັນ, ຕ້ານເຊື້ອພະຍາດພາຍຫລັງເກີດໄພທຳມະຊາດ; ສ້ອມແປງລະບົບຄົມມະນາຄົມ, ໄຟຟ້າ, ລະບົບຕິດຕໍ່ເພື່ອເຊື່ອມຕໍ່ ເມື່ອເກີດກໍລະນີຄືດັ່ງກ່າວ.
(ແຫຼ່ງຄັດຈາກ VOV)