• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ຕ້ອນຮັບຫົວໜ້າອົງການກວດສອບບັນຊີແຫ່ງລັດ ອິນເດຍ

      ຕອນບ່າຍວັນທີ 05 ກໍລະກົດ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ້ບ໋າຕິ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອົງການກວດສອບບັນຊີແຫ່ງລັດອິນເດຍ ໂດຍທ່ານຫົວໜ້າອົງການກວດຊອບບັນຊີແຫ່ງລັດ ແລະ ກວດກາອິນເດຍ Shri Shashi Kant Sharma ເປັນຫົວໜ້າຄະນະ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້
ຕ້ອນຮັບຫົວໜ້າອົງການກວດສອບບັນຊີແຫ່ງລັດອິນເດຍ
(ພາບ: daibieunhandan.vn)
      ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ປາດຖະໜາວ່າ, 2 ຝ່າຍສືບຕໍ່ຮັກສາ, ຕັ້ງໜ້າພັດທະນາທ່ວງທ່າການພົວພັນ; ເພີ່ມທະວີຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍ; ສູ້ຊົນນຳການຮ່ວມມືດ້ານເສດຖະກິດເຂົ້າສູ່ລວງເລິກ, ແທດຈິງກວ່າ, ໂດຍສະເພາະແມ່ນນຳວົງເງິນການຄ້າ 2 ສົ້ນໃຫ້ສູງຂຶ້ນ ແລະ ເປັນປົກກະຕິໃນປີ 2018. ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ສະເໜີອົງການກວດຊອບບັນຊີແຫ່ງລັດ 2 ປະເທດ ມີການຮ່ວມມືໃນຂອບເຂດ 2 ຝ່າຍກໍ່ຄືຫຼາຍຝ່າຍຢ່າງຕັ້ງໜ້າ ແລະ ແໜ້ນແຟ້ນກວ່າ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top