• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານກູບາເຊື່ອໝັ້ນວ່າການພົວພັນກັບ ຫວຽດນາມ ຈະກ້າວຂຶ້ນຢ່າງໝັ້ນຄົງ


ທ່ານ​ນາງ Gladys Bejerano Portela ແລະ
​ທ່ານ ຫງວຽນ​ຈູງ​ແທ່ງເອກ​ອັກຄະ​ລັດຖະທູດ ຫວຽດນາມ
(ພາບ: TTXVN)

      ກ່າວ​ຄຳ​ເຫັນ​ທີ່​ພິທີ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ ຫງວຽນ​ຈູງ​ແທ່ງ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ຫວຽດນາມ ປະ​ຈຳ ກູ​ບາ, ວັນ​ທີ 22/02, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ລັດ ກູ​ບາ Gladys Bejerano Portela ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຈະ​ສືບ​ຕໍ່ກ້າວຂຶ້ນຢ່າງ​ໝັ້ນຄົງ​ບົນ​ພື້ນຖານປະຫວັດສາດ ​ແລະ ມູນ​ເຊື້ອ​ທີ່ມີ​ມາ​ຢູ່​ແລ້ວ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ລັດ ກູ​ບາ Gladys Bejerano Portela ​ເຊື່ອ​ໝັ້ນ​ວ່າ ດ້ວຍປະສົບ​ການ​ຂອງ​ຕົນ ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈູງ​ແທ່ງ ຈະ​ເປັນ​ຂົວ​ເຊື່ອມ​ຕໍ່, ປະ​ກອບ​​ສ່ວນເຂົ້າ​​ໃນການ​ເພີ່ມ​ທະວີ, ປັບປຸງ​ນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກ​ຄີ​ລະຫວ່າງ 2 ປະ​ເທດ.
        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈູງ​ແທ່ງ ກໍ່ຂອບ​ອົກ​ຂອບ​ໃຈ ​ແລະ ສະ​ແດງ​ຄວາມ​​ເຊື່ອ​ໝັ້ນ​ວ່າ ​ພັກ, ລັດ ກູ​ບາ ຈະສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ທ່ານ​ປະຕິບັດສຳ​ເລັດ​ໜ້າ​ທີ່, ປະກອບສ່ວນ​ນຳ​ການ​ພົວພັນ 2 ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ເພື່ອ​ເໝາະ​ສົມ​ກັບ​ວິ​ໄສ​ທັດ​ຂອງ​ການ​ນຳ, ຄວາມ​ມຸ່ງ​ປາດ​ປາດ​ຖະໜາ​ຂອງ​ປະຊາຊົນ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ 2 ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈູງ​ແທ່ງ ຢືນຢັນ​ວ່າ ນ້ຳ​ໃຈ ​ແລະ ທິດ​ນຳຂອງ​ປະທານ ​ໂຮ່ຈີ​ມິນ ​ແລະ ​ແນວ​ຄວາມ​ຄິດ​ຂອງ​ຜູ້ນຳ​ປະຕິ​ວັດ Fidel Castro ຍາມ​ໃດ​ກໍ່​ແມ່ນປາ​ພະ​ຄານ​ເຍືອງ​ທາງ ​ເພື່ອ​ໃຫ້ 2 ຝ່າຍ​ພ້ອມ​ກັນ​ສືບ​ທອດ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ການ​ພົວພັນ​ອັນ​ດີ​ງາມ ​ໂດຍ​ຜ່ານ​ການ​ສຶກສາ​ລຸ້ນໜຸ່ມ​ຢູ່​ແຕ່ລະ​ປະ​ເທດ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບ ຜູ້ຕາງໜ້າວິສາຫະກິດ ອາເມລິກາ ທີ່ເຂົ້າຮ່ວມໃນຂໍ້ລິເລີ່ມຊອກຫາຊາວ ຫວຽດນາມ ທີ່ຫາຍສາບສູນໃນສົງຄາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບ ຜູ້ຕາງໜ້າວິສາຫະກິດ ອາເມລິກາ ທີ່ເຂົ້າຮ່ວມໃນຂໍ້ລິເລີ່ມຊອກຫາຊາວ ຫວຽດນາມ ທີ່ຫາຍສາບສູນໃນສົງຄາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຕີລາຄາສູງຕໍ່ການໜູນຊ່ວຍຈາກຝ່າຍ ອາເມລິກາ ໃນການຊອກຫາ, ທ້ອມໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.

Top