• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຫວູດຶກດາມ: ບັນດາມາດຕະການປ້ອງກັນ,ຕ້ານໂລກລະບາດໂຄວິດ-19 ຕ້ອງປະຕິບັດຢ່າງຄົບຊຸດ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຈັດສົ່ງບັນດາກຳລັງ, ນຳໃຊ້ບັນດາເຕັກໂນໂລຊີວິໄຈ ເພື່ອຊອກຫາຕົ້ນກຳເນີດຂອງພະຍາດຢ່າງໄວທີ່ສຸດ.


ທີ່ກອງປະຊຸມທາງອອນລາຍກັບໂຮງໝໍບາງແຫ່ງ

(ພາບ: VGP)


ວັນທີ 28 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໄດ້ຈັດກອງປະຊຸມທາງອອນລາຍກັບໂຮງໝໍບາງແຫ່ງ, ໃນນັ້ນມີໂຮງໝໍ ດ່ານັ້ງ, ໂຮງໝໍພະຍາດເຂດຮ້ອນສູນກາງ, ໂຮງໝໍພະຍາດເຂດຮ້ອນນະຄອນໂຮ່ຈີມີນ…. ກ່ຽວກັບວຽກງານປິ່ນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ-19. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຈັດສົ່ງບັນດາກຳລັງ, ນຳໃຊ້ບັນດາເຕັກໂນໂລຊີວິໄຈ ເພື່ອຊອກຫາຕົ້ນກຳເນີດຂອງພະຍາດຢ່າງໄວທີ່ສຸດ. ລະບົບໂຮງໝໍທັງໝົດຕ້ອງຍົກສູງສະຕິລະວັງຕົວ, ປະຕິບັດບັນດາຂໍ້ກຳນົດເມື່ອຮັບຄົນເຈັບມາກວດ, ປິ່ນປົວພະຍາດຢ່າງຄົບຖ້ວນ, ເຂັ້ມງວດ. ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງຄົບຊຸດ, ຈາກຂອດຄຸ້ມຄອງການເຂົ້າ-ອອກເມືອງ, ກວດກາບັນດາເປົ້າໝາຍມີຄວາມສ່ຽງ ຕະຫຼອດຮອດການຕ້ອນຮັບບັນດາຄົນເຈັບມາກວດ, ປິ່ນປົວພະຍາດ, ປະຕິບັດບັນດາມາດຕະການປ້ອງກັນ, ແນະນຳເມື່ອມີອາການຕິດເຊື້ອ, ຈັດຕັ້ງການວິໄຈ, ແຍກຕົວ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top