• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ເຈລະຈາກັບຮອງນາຍົກລັດຖະມົນຕີ ມາເລເຊຍ Wan Azizah

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບີ່ງມິງ ມີການເຈລະຈາກັບທ່ານນາງ Wan Azizah, ຮອງນາຍົກລັດຖະມົນຕີ ມາເລເຊຍ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຍິງ ອາຊຽນ ຄັ້ງທີ 3 ແຕ່ວັນທີ 24 – 26 ຕຸລາ 2018.

ການເຈລະຈາລະຫວ່າງ 2 ຝ່າຍ

\ວັນທີ 26 ຕຸລາ, ທີ່ຫໍປະຊຸມສາກົນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບີ່ງມິງ ມີການເຈລະຈາກັບທ່ານນາງ Wan Azizah, ຮອງນາຍົກລັດຖະມົນຕີ ມາເລເຊຍ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຍິງ ອາຊຽນ ຄັ້ງທີ 3 ແຕ່ວັນທີ 24 – 26 ຕຸລາ 2018.

        ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງພັກ, ລັດຖະບານ, ລັດ, ສະພາແຫ່ງຊາດ ແລະ ພົບປະແລກປ່ຽນປະຊາຊົນ; ສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ແລະ ແລກປ່ຽນ, ເປັນເອກະພາບຫຼັກໝັ້ນໃນບັນດາບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງການຮ່ວມມືເສດຖະກິດ, ຊຸກຍູ້ນຳວົງເງິນການຄ້າສອງສົ້ນໃຫ້ບັນລຸລະດັບ 15 ຕື້ USD ຫຼື ສູງກ່ວາໃນປີ 2020, ເນັ້ນໜັກວ່າຄວນເພີ່ມທະວີການໂອ້ລົມສົນທະນາລະຫວ່າງລັດຖະບານ ແລະ ວິສາຫະກິດສອງປະເທດກ່ວາອີກ.

        ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີເປັນເອກະພາບໂດຍຖືວ່າ ໃນສະພາບການຂອງພາກພື້ນໃນປະຈຸບັນ, ສອງຝ່າຍຄວນຮັກສາການປຶກສາຫາລືກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງຄວາມໝັ້ນຄົງແລະ ຍຸດທະສາດຢູ່ພາກພື້ນ; ສົມທົບກັນສ້າງ ອາຊຽນ ສາມັກຄີ, ປະຕິບັດສຳເລັດວິໄສທັດອາຊຽນ 2025; ເພີ່ມທະວີບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນ ແລະ ເສີມຂະຫຍາຍບົດບາດຂອງ ອາຊຽນ ໃນການແກ້ໄຂບັນດາບັນຫາຍຸດທະສາດຢູ່ພາກພື້ນ.

(ແຫຼ່ງຄັດຈາກ VOV)

 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top