• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕອບບັນດາຄຳຊັກຖາມເຊິ່ງສະມາຊິກສະພາແຫ່ງຊາດມີຄວາມສົນໃຈ

ຕອນບ່າຍວັນທີ 06 ມິຖຸນາ, ສະພາແຫ່ງຊາດສືບຕໍ່ລາຍການຊັກຖາມທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຍ້າ; ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕາງໜ້າໃຫ້ນາຍົກລັດຖະມົນຕີຕອບບາງຄຳຊັກຖາມເຊິ່ງສະມາຊິກສະພາແຫ່ງຊາດມີຄວາມສົນໃຈ.

(ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ)

ກ່ຽວກັບບັນຫາຕ້ານການສໍ້ລາດບັງຫຼວງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ກິດຈະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງບັນລຸໄດ້ບັນດາຜົນງານຢ່າງໃຫຍ່ຫຼວງ, ໄດ້ຮັບການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງ ແລະ ໄດ້ຮັບການຕີລາຄາສູງຈາກສາກົນ. ໃນໄລຍະຈະມາເຖິງ, ລັດຖະບານຈະປະຕິບັດແຜນການປະຕິບັດງານຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງເຂັ້ມງວດ, ສືບຕໍ່ຍູ້ແຮງກິດຈະການດັ່ງກ່າວກວ່າອີກ.

      ກ່ຽວກັບສະພາບການເສດຖະກິດ, ສັງຄົມໃນເດືອນພຶດສະພາ, ທ່ານຮອງນາຍົກລັດຖມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ.

      “ໃນເດືອນພຶດສະພາ, ມີວິສາຫະກິດກວ່າ 52.000 ແຫ່ງຈົດທະບຽນສ້າງຕັ້ງໃໝ່; ຍອດຈຳນວນທຶນຈົດທະບຽນ ແລະ ເພີ່ມເຕີ່ມບັນລຸ 1,42 ລ້ານຕື້ດົ່ງ. ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານກວ່າ 640.000 ຄົນ, ໃນນັ້ນໄດ້ສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດແມ່ນ 48.000 ຄົນ. ເຖິງຢ່າງໃດກໍ່ຕາມ, ເສດຖະກິດ - ສັງຄົມຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ໃນໄລຍະຈະມາເຖິງ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງຕິດຕາມຢ່າງໃກ້ຊິດ ແລະ ສຸມໃສ່ຮັບມືກັບການຜັນແປຂອງສະພາບການ; ເດັດດ່ຽວຜັນຂະຫຍາຍບັນດາມາດຕະການແກ້ໄຂທີ່ໄດ້ວາງອອກ… ສູ້ຊົນປະຕິບັດບັນດາເປົ້າໝາຍ, ຕົວເລກຄາດໝາຍຕາມແຜນການປີ 2018 ໄດ້ຢ່າງມີໄຊ”.

      ກ່ຽວກັບວຽກງານຄຸ້ມຄອງສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ລັດຖະບານຈະສ້າງມາດຕະຖານເຕັກນິກແຫ່ງຊາດກ່ຽວກັບສິ່ງແວດລ້ອມໃຫ້ສົມບູນແບບ; ເພີ່ມທະວີການຮ່ວມມືກັບສາກົນ, ດຶງດູດແຫຼ່ງການເງິນ, ເຕັກໂນໂລຊີ ແລະ ບົດຮຽນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

 (ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ບາງກອກ, ສືບຕໍ່ການຢ້ຽມຢາມ ໄທ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ບາງກອກ, ສືບຕໍ່ການຢ້ຽມຢາມ ໄທ ຢ່າງເປັນທາງການ

ຕອນຄ່ຳວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບການນຳ TCC Group ຂອງ ໄທ.

Top