• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຫວູດຶກດາມ: “ຊອກຮູ້” ຕົ້ນກຳເນີດຂອງຢຸກຢາປະເພດຕ່າງໆ ທີ່ໄດ້ຈຳໜ່າຍຢູ່ຫວຽດນາມ

ຕອນບ່າຍວັນທີ 21 ພຶດສະພາ, ທີ່ສຳນັກງານລັດຖະບານ, ເມື່ອເຮັດວຽກກັບກະຊວງສາທາລະນະສຸກ ແລະ ບັນດາກະຊວງຂະແໜງການກ່ຽວຂ້ອງ ກ່ຽວກັບການຜັນຂະຫຍາຍລະບົບຄຸ້ມຄອງການສະໜອງຢຸກຢາແຫ່ງຊາດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເນັ້ນໜັກເຖິງການຄຸ້ມຄອງລະຫວ່າງຂະແໜງສຳລັບຮ້ານຂາຍຢາ ເພື່ອ “ຊອກຮູ້” ຕົ້ນກຳເນີດຂອງຢຸກຢາ ທຸກປະເພດ ທີ່ໄດ້ຈຳໜ່າຍຢູ່ຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ ເລື່ອງກໍ່ສ້າງຊອບແວລະບົບສະໜອງຢຸກຢາແຫ່ງຊາດ ຈະປະກອບສ່ວນຊ່ວຍໃຫ້ປະຊາຊົນສາມາດກວດກາຕົ້ນກຳເນີດ, ຫົວໜ່ວຍນຳເຂົ້າ, ວັນໝົດອາຍຸຂອງຢຸກຢາຢູ່ກັບບ່ອນຊື້ຢາ.  ລະບົບດັ່ງກ່າວຕ້ອງຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການເຄື່ອນໄຫວຂອງບັນດາຮ້ານຂາຍຢາ ນັບທັງການຍົກອອກການຄາດຄະເນປະລິມານຢຸກຢາທີ່ຈະຖືກຊົມໃຊ້ໃນໄລຍະຈະມາເຖິງ ເພື່ອໜູນຊ່ວຍໃຫ້ແກ່ບັນດາການເຄື່ອນໄຫວດຳເນີນທຸລະກິດຂອງຮ້ານຂາຍຢາ.

        ຄາດວ່າ ເດືອນ ກໍລະກົດ ຈະມາເຖິງ, ລະບົບສະໜອງຢຸກຢາແຫ່ງຊາດ ຈະເຊື່ອມຕໍ່ກັບຮ້ານຂາຍຢາຢູ່ໂຮງໝໍ, ຮ້ານຂາຍຢາທີ່ບັນລຸມາດຕະຖານ GPP , ຕູ້ຢາຢູ່ສຸກສາລາແຫ່ງຕ່າງໆທັງໝົດ. ລະບົບໄດ້ອັບເດດ, ບັນລຸມາດຕະຖານກວ່າ 52.000/60.000 ລາຍການຢາປິ່ນປົວພະຍາດ. ດ້ວຍລະບົບການຄຸ້ມຄອງນີ້, ຂະແໜງສາທາລະນະສຸກຈະຄຸ້ມຄອງໄດ້ສະພາບການນຳເຂົ້າ, ສົ່ງອອກ ແລະ ລາຄາຂອງຢຸກຢາຢ່າງທົ່ວເຖິງ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top