• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຝ້າມບິງມິນ ຕ້ອນຮັບປະທານ ກຸ່ມບໍລິສັດ Taekwang

ທີ່ການຕ້ອນຮັບທ່ານ Park Yen Cha ປະທານ ກຸ່ມບໍລິສັດ Taekwang , ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ.
 
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ
      ວັນທີ 4 ທັນວາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Park Yen Cha ປະທານ ກຸ່ມບໍລິສັດ Taekwang , ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ, ຕີລາຄາສູງບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມຂອງ ກຸ່ມບໍລິສັດ Taekwang ໃນໄລຍະກ່ວາ 20 ປີທີ່ຜ່ານມາ, ປະກອບສ່ວນພັດທະນາເສດຖະກິດສັງຄົມຢູ່ຫວຽດນາມ. 
   ສ່ວນ ທ່ານ Park Yen Cha ປະທານ ກຸ່ມບໍລິສັດ Taekwang ໄດ້ລາຍງານຕໍ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ກ່ຽວກັບສະພາບການເຄື່ອນໄຫວຂອງກຸ່ມບໍລິສັດ, ເປັນຕົ້ນແມ່ນການຜັນຂະຫຍາຍບັນດາໂຄງການກໍ່ສ້າງໂຮງງານໄຟຟ້າໃຊ້ພະລັງງານຄວາມຮ້ອນ ຫາຍເຫົ້າ, ປຸງແຕ່ງຝຸ່ນ, ຜະລິດເກີບ ແລະ ກໍ່ສ້າງໂຮງຮຽນການຊ່າງ. 
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top