• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເຈລະຈາກັບຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

      ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ, ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ຄະນະຜູ້ແທນລັດຖະບານ ລາວ ໄດ້ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 23 – 29 ຕຸລາ. 

ຮອງນາຍົກລັດຖະມົນຕີ ສອງປະເທດ ຫວຽດນາມ ແລະ ລາວ ທີ່ການພົບປະ
      ທີ່ການເຈລະຈາໃນຕອນບ່າຍວັນທີ 23 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ ຢືນຢັນວ່າ: ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນແບບພິເສດກັບ ລາວ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້: 2 ຝ່າຍສະຫລຸບ, ຕີລາຄາການພົວພັນຮ່ວມມືລະຫວ່າງ 2 ຝ່າຍ ໃນບັນດາຂົງເຂດໃນປີ 2017 ແລະ ກະກຽມບັນດາເນື້ອໃນຮ່ວມມື, ສະເໜີບັນດາມາດຕະການໃໝ່ບຸກທະລຸ ເພື່ອຍົກສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງ 2 ປະເທດໃນປີ 2018; ຊຸກຍູ້ຜັນຂະຫຍາຍບັນດາເນື້ອໃນໃນສັນຍາຮ່ວມມື ຫວຽດນາມ -ລາວ ໄລຍະ 2016 – 2020. 2 ປະເທດຍົກອອກບັນດາມາດຕະການຍູ້ແຮງການຮ່ວມມືໃນບັນດາຂົງເຂດການເມືອງ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ… ສ່ວນທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຫວັງວ່າ: ຫວຽດນາມ ຈົ່ງແບ່ງປັນບົດຮຽນກ່ຽວກັບວຽກງານຄຸ້ມຄອງ, ບັນດາໂຄງການສ້າງເສດຖະກິດມະຫາພາກເວົ້າລວມ, ກໍ່ຄືບັນດາຮູບແບບນຳເອົາການຜະລິດຕິດພັນກັບການພັດທະນາທ່ອງທ່ຽວ, ກະສິກຳ ຢູ່ຊົນນະບົດໃນເຂດ, ພາກຕ່າງໆ.
        2 ຝ່າຍເຫັນດີເປັນເອກະສັນສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ 2017; ຕັ້ງໜ້າໂຄສະນາເຖິງປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ 2 ປະເທດໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດ ຫວຽດນາມ - ລາວ. 
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top