• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫວ້ພົບປະກັບພໍ່ແມ່ປະຊາຊົນເຜົ່າ Khmer ເນື່ອງໃນໂອກາດບຸນເຕັດ Chol Chnam Thmay


ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວືອງ​ດິ່ງ​​ເຫວ້ພົບ​ປະ​ກັບ
​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າKhmerເນື່ອງ​ໃນ​ໂອ​ກາດ​ບຸນເຕັດ Chol Chnam Thmay
(ພາບ: baochinhphu.vn)
      ວັນ​ທີ 7/4, ທີ່​ສູນ​ວັດ​ທະ​ນະ​ທຳ ແລະ ກອງ​ປະ​ຊຸມ​ແຂວງ​ຊ​ອັກ​ຈັງ, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ແຂວງ​ຊ​ອັກ​ຈັງ ຈັດ​ຕັ້ງ​ງານ​ພົບ​ປະ​ອວຍ​ພອນ​ບຸນ​ເຕັດ Chol Chnam Thmay - ບຸນ​​ປີ​ໃໝ່​ປະ​ເພ​ນີຂອງ​ພໍ່​ແມ່​ປະ​ຊາ​ຊົນ​​ເຜົ່າ Khmer ເຂດ​ຕາ​ເວັນ​ຕົກ​ ພາກ​ໃຕ້​ຫວຽດ​ນາມ ປີ 2017.
        ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ເວືອງ​ດິ່ງ​ເຫວ້ ສະ​ເໜີ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​​ຂັ້ນສູນ​ກາງ, ຄະ​ນະ​ພັກ​ແຂວງ, ຄະ​ນະ​ພັກ​ນະ​ຄອນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ເຂດ ​ຈົ່ງປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ກ່ຽວ​ກັບ​ຂົງ​ເຂດ​ຊົນ​ເຜົ່າ, ສາ​ສະ​ໜາ​ເປັນ​ຢ່າງ​ດີ; ສືບ​ຕໍ່​ເອົາ​ໃຈ​ໃສ່​, ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ໃຫ້​ປະ​ຊາ​ຊົນຫຼາຍກວ່າ​ອີກ. ​ໂດຍຕາງ​ໜ້າ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເ​ຫວ້ ອວຍ​ພອນ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ Khmer ຕ້ອນ​ຮັບ​ບຸນ​ປີ​ໃໝ່​ ​ Chol Chnam Thmay ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ, ມີ​ຄວາມ​ສາ​ມັກ​ຄີ, ປອດ​ໄພ ແລະ ປະ​ຢັດ​ມັດ​ທະ​ຍັດ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top