• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີມອບລາງວັນຄຸນນະພາບແຫ່ງຊາດ


ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້
(ພາບ: kinhtedothi.vn)
      ວັນ​ທີ 2/4, ຢູ່​ຮ່າ​ໂນ້ຍ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ​ຄຸນ​ນະ​ພາບ​ແຫ່ງ​ຊາດ ແລະ ລາງວັນ​ຄຸນ​ນະ​ພາບ​ສາ​ກົນ ອາ​ຊີ - ປາ​ຊີ​ຟິກ (GPEA) 2016, ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດດີ​ເດັ່ນ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ຜ​ະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ລາງວັນ, ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ, ເນັ້ນ​ໜັກ​ວ່າ, ພື້ນ​ຖາ​ນ​ເສດ​ຖະ​ກິດ​ຢາກ​ມີ​ກຳ​ລັງ​ແກ່ງ​ແຍ້ງ​ສູງ​ກ່​ວາ, ກໍ່ຄວນ​ຈັດ​ແບ່ງ​ທຸກໆ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ. ໃນ​ນັ້ນ, ແຕ່​ລະ​ວິ​ສາ​ຫະ​ກິດ​ລ້ວນ​ແຕ່​ຕ້ອງມ​ຸ່ງ​ໄປ​ເຖິງ​ສະ​ມັດ​ຕະ​ພາບ ແລະ ຄ​ຸ​ນ​ນະ​ພາບ… ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ​ກ່າວ​ວ່າ:
        “ໃນ​ສະ​ພາບ​ຕົວ​ຈິງ​ແລ້ວ, ວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ຂອງ ຫວຽດ​ນາມ ດ້ວຍ​ຄຸນ​ນະ​ພາບ​ໄດ້​ພັດ​ທະ​ນາ​ຢຶດ​ຄອງ​ຕະຫຼາດ​ພາຍ​ໃນ​ປະ​ເທດ ແລະ ມຸ່ງ​ໄປ​ສູ່​ຕະຫຼາດ​ຕ່າງ​ປະ​ເທດ. ມ​ີ​ໄລ​ຍະ, ບັນ​ດາ​ສິນ​ຄ້າ​ທຳ​ມະ​ດ​າ ແຕ່​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຕ້ອງ​ນຳ​ເຂົ້າ​ສິນ​ຄ້າ​ຕ່າງ​ປະ​ເທດ​ຢ່າງຫຼວງຫຼາຍ. ດ້ວ​ຍ​ຄຸນ​ນະ​ພາບ, ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຢຶດ​ຄອງ​ຕະຫຼາດ​ຄືນ​ໃໝ່, ​ຟື້ນ​ຟູຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ຜູ້​ຊົມ​ໃຊ້​ເພື່ອ​ສືບ​ຕໍ່​ພັດ​ທະ​ນາ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ລາງວັນ​ຄຸນ​ນະ​ພາບ​ແຫ່ງ​ຊາດ ແລະ ລາງວັນ​ຄຸນ​ນະ​ພາບ​ສາ​ກົນ ອາ​ຊີ - ປາ​ຊີ​ຟິກ ຈະ​ດຶງ​ດູດ​ຄວາມ​​ສົນໃຈ​ ບໍ່​ພຽງ​ແຕ່​ຂອງວິ​ສາ​ຫະ​ກິດ​ເທົ່າ​ນັ້ນ ຫາກ​ຍັງ​ຂອງ​ທົ່ວ​ສັງ​ຄົມ​ອີກ​ດ້ວຍ. ພິ​ເສດ​ແມ່ນ​ກຳ​ລັງ​ໜູນ​ເພື່ອ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ພ້ອມ​ກັນ​ປ່ຽນ​ໃໝ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ຍົກ​ສູງ​ຄຸນ​ນະ​ພາບ, ເພື່ອ​ໃຫ້​ປະ​ເທດ​ພັດ​ທະ​ນາ​ໄວ ແລະ ຍືນ​ຍົງ​ກ່ວາ.”
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top