• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບລັດຖະມົນຕີກະຊວງການຄ້າ ເນປານ


ທ່ານ ຟ້າ​ມບີ​ງມິ​ງຕ້ອນຮັບ​ທ່ານ Romi Gauchan Thakali 
ລັດຖະມົນຕີ​ກະຊວງ​ການ​ຄ້າເນ​ປານ
(ພາບ: TTXVN)
 
      ວັນ​ທີ 09/03 ທີ່​ຫ້ອງ​ວ່າການ​ລັດຖະບານ ຫວຽດນາມ, ທ່ານ ຟ້າ​ມບີ​ງມິ​ງ ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້ການ​ຕ້ອນຮັບ​ທ່ານ Romi Gauchan Thakali ລັດຖະມົນຕີ​ກະຊວງ​ການ​ຄ້າ ​ເນ​ປານ ​ເຂົ້າ​ຢ້ຽມ​ຂ່ຳນັບ ​ເນື່ອງ​ໃນ​ໂອ​ກາດມາ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ສະຫະ​ປະຊາ​ຊາດ​ພາກ​ພື້ນ ​ອາຊີ - ​ເອີ​ລົບ ກ່ຽວ​ກັບການ​ສ້າງ​ຄວາມ​ສະດວກ​ໃນ​ການ​ສົ່ງ​ຕໍ່​ດ້ານ​ການ​ຄ້າ ​ແລະ ປະຕິບັດ​ໂຄງການ​ດຳ​ເນີນ​ງານ 2030 ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ (ນັບ​ແຕ່​ວັນ​ທີ 07 – 09/03/2017 ຢູ່​ຮ່າ​ໂນ້ຍ). ທີ່​ການ​ຕ້ອນຮັບ, ທ່ານຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມ ບີງມິ​ງ ສະ​ເໜີ 2 ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ ​ເຊິ່ງ 2 ຝ່າຍ​ມີ​ຄວາມ​ສາມາດ​ບົ່​ມຊ້ອນກ່ວາ​ອີກ; ສຳ​ເລັດ​ການ​ເຈລະຈາ​ໂດຍ​ໄວ, ​ເພື່ອກ້າວ​ໄປ​ເຖິງ​ການລົງ​ນາມ​ໃນ​ສັນຍາ​ຍົກ​ເວັ້ນວິຊາ​ສຳລັບຜູ້​ຖື​ປັດ​ສະ​ປໍ​ທາງການ​ທູດ ​ແລະ ທາງລັດຖະການ ກໍ່​ຄື​ບັນດາ​ສັນຍາ​ຮ່ວມ​ມື​ດ້ານ​ເສດຖະກິດ, ການລົງທຶນ, ການ​ຄ້າ, ວັດທະນະທຳ, ການທ່ອງທ່ຽວ, ການບິນ… ທ່ານຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມິ​ງ ສະ​ເໜີ ​ເນ​ປານ ສ້າງ​​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຊອກ​ຮູ້​ກາລະ​ໂອກາດ​ການ​ລົງທຶນ​ຢູ່ ​ເນ​ປານ ​ໃນ​ຂົງ​ເຂດ​ພະລັງງານ, ພື້ນຖານ​ໂຄງ​ລ່າງ, ​ໂທລະ​ຄົມມະນາຄົມ; ກໍ່​ຄື​ໜູນ​ຊ່ວຍ ​ເພື່ອ​ໃຫ້ ຫວຽດນາມ ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ ທີ່​ຈຳ​ເປັນ ​ເຂົ້າ​ຕະຫລາດ​ ​ເນ​ປານ.
        ສ່ວນ​ທ່ານ Romi Gauchan Thakali ລັດຖະມົນຕີ​ກະຊວງ​ການ​ຄ້າ ​ເນ​ປານ ​ໃຫ້​ຮູ້​ວ່າ ​ເນ​ປານ ຖື​ເປັນສຳ​ຄັນ ​ແລະ ປາດ​ຖະໜາ​ຢາກ​​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ກັບ ຫວຽດນາມ ກ່ວາ​ອີກ​; ປາດ​ຖະໜາ​ຢາກ​ໃຫ້ 2 ຝ່າຍ​ຕັ້ງໜ້າ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ກໍ່​ຄື​ການພົບ​ປະ​ແລກປ່ຽນປະຊາຊົນ ​ເພື່ອ​ແນ​ໃສ່​ແລກປ່ຽນ, ​ແບ່ງປັນ​ບົດຮຽນ ​ແລະ ຊຸກຍູ້​ບັນດາ​ກາລະ​ໂອາກາດ​ຮ່ວມມື.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top