01/02/2021 08:02 GMT+7 Email Print Like 0

ອ້າຍຄູ ຫງວຽນຕ໊ຽນຢຸງ - 30 ປີ ສຸດຈິດສຸດໃຈກັບການສອນພາສາຫວຽດ

      ໂຮງຮຽນມິດຕະພາບ T80 ແມ່ນໂຮງຮຽນແຫ່ງໜຶ່ງທີ່ມີບົດບາດສຳຄັນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ທັງສາມປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ. ໂຮງຮຽນແຫ່ງນີ້ມີສອງໜ້າທີ່ຕົ້ນຕໍນັ້ນແມ່ນ ສອນພາສາ ຫວຽດ ໃຫ້ແກ່ນັກສຶກສາ ກຳປູເຈຍ ແລະ ລາວ ເພື່ອສືບຕໍ່ຮ່ຳຮຽນ, ເຮັດວຽກຢູ່ ຫວຽດນາມ ແລະ ສອນນັກຮຽນເຜົ່າສ່ວນໜ້ອຍຂັ້ນມັດທະຍົມຕອນປາຍ. ນັ້ນແມ່ນສອງໜ້າທີ່ທີ່ບໍ່ງ່າຍດາຍ ແຕ່ບັນດາພະນັກງານ, ອ້າຍຄູເອື້ອຍຄູຢູ່ແຫ່ງນີ້ ຍັງເຮັດວຽກງານຂອງຕົນດ້ວຍຄວາມສຸດຈິດສຸດໃຈ. ມີບາງຄົນຕິດພັນ ກັບໂຮງຮຽນແຫ່ງນີ້ເກືອບເຄິ່ງຊີວິດຂອງຕົນ, ໃນນັ້ນ ມີອ້າຍຄູ ຫງວຽນຕ໊ຽນຢຸງ, ຮອງຜູ້ອຳນວຍການໂຮງຮຽນ ມິດຕະພາບ T80. ຕໍ່ໄປນີ້, ເຊີນທ່ານພ້ອມກັບນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ທຳຄວາມລື້ງເຄີຍກັບອ້າຍຄູຄົນນີ້.
             “ສຳລັບພວກນ້ອງ ຊຸມວັນທຳອິດ ແມ່ນຊຸມວັນທີ່ປະສົບກັບຄວາມຫຸຍ້ງຍາກຫຼາຍຢ່າງ ເມື່ອຢູ່ຫ່າງໄກຄອບຄົວ, ຢູ່ຫ່າງໄກຈາກພໍ່ແມ່. ອ້າຍຄູ ຢຸງ ຍາມໃດກໍສຸດຈິດສຸດໃຈກັບນັກຮຽນຂອງຕົນ, ໃນຊຸມວັນທຳອິດນັ້ນ, ອ້າຍຄູຍັງລົງໄປຫ້ອງພັກ ເພື່ອແນະນຳໃຫ້ພວກນ້ອງຈັດແຈງເຄື່ອງຂອງແນວໃດໃຫ້ເປັນລະບຽບ, ງາມຕາ ແລະ ລະດົມກຳລັງໃຈພວກນ້ອງນັກຮຽນ. ເມື່ອເຂົ້າຮຽນຊັ້ນໃໝ່, ໄດ້ສຳຜັດກັບວິທີສອນໃໝ່, ຄວາມຮູ້ກໍຫຼາຍກວ່າ, ສະນັ້ນ ຜູ້ໃດກໍເປັນຫ່ວງ ແຕ່ອ້າຍຄູ ຢຸງ ໄດ້ແນະນຳ ແລະ ບອກສອນພວກນ້ອງທຸກສິ່ງທຸກຢ່າງ. ມາຮ່ຳຮຽນຢູ່ທີ່ນີ້ ນ້ອງຈຶ່ງເຂົ້າໃຈໄດ້ວ່າ ພໍ່ແມ່ຜູ້ທີສອງແມ່ນຄືແນວໃດ?”
            “ໃນຊົ່ວໂມງຮຽນທຳອິດ, ນ້ອງໄດ້ຕັ້ງໃຈຟັງອາຈານສອນ ແຕ່ວ່າ ນ້ອງບໍ່ເຂົ້າໃຈຫຍັງເລີຍ ແລະ ອາຈານ ຢຸງ ໄດ້ຊ່ວຍນ້ອງ ຈາກຜູ້ໜຶ່ງທີ່ບໍ່ຮູ້ຈັກຄຳ ມາເປັນຄົນເວົ້າພາສາຫວຽດ ໄດ້ຢ່າງຫຼ່ຽນໄຫຼ ແລະ ສາມາດເຂົ້າຮຽນມະຫາວິທະຍາໄລໄດ້. ດ້ວຍຄວາມສຸດຈິດສຸດໃຈຂອງຕົນ, ອ້າຍຄູ ຢຸງ ໄດ້ໃຊ້ທຸກວິທີສິດສອນ ເພື່ອເຮັດແນວໃດໃຫ້ພວກນ້ອງເຂົ້າໃຈບົດຮຽນ. ພວກນ້ອງບໍ່ພຽງແຕ່ໄດ້ຮັບຄວາມເອົາໃຈໃສ່ໃນການຮ່ຳຮຽນເທົ່ານັ້ນ ຫາກຍັງໄດ້ຮັບຄວາມອົບອຸ່ນນຳອີກ. ພວກນ້ອງໄດ້ຮັບຄວາມເບິ່ງແຍງດູແລຢ່າງຖີ່ຖ້ວນເມື່ອມີຄົນເຈັບເປັນ, ອ້າຍຄູລ້ວນແຕ່ເປັນຫ່ວງ ແລະ ໄປຢ້ຽມຢາມ, ລະດົມກຳລັງໃຈ. ນ້ອງຍັງບໍ່ເຄີຍເຫັນຢູ່ບ່ອນໃດທີ່ໃຫ້ຄວາມເອົາໃຈໃສ່ ແລະ ເບິ່ງແຍງດູແລນັກຮຽນ, ນັກສຶກສາຢ່າງຖີ່ຖ້ວນຄືຢູ່ທີ່ນີ້”.
            ນັ້ນພຽງແຕ່ແມ່ນບາງວຽກງານ ເຊິ່ງ ອ້າຍຄູ ຫງວຽນຕ໊ຽນຢຸງ ເຄີຍໃຫ້ການຊ່ວຍເຫຼືອນັກຮຽນມາໂດຍຕະຫຼອດ. ກ່ອນທີ່ມາເຮັດວຽກຢູ່ໂຮງຮຽນ ມິດຕະພາບ T80, ອ້າຍຄູ ຢຸງ ເຄີຍໄປສອນຢູ່ໂຮງຮຽນມັດທະຍົມຕອນປາຍກິນນອນຊົນເຜົ່າເຂດພູດອຍພາກເໜືອ ບາງແຫ່ງແລ້ວ. ນັບແຕ່ສະໄໝນັ້ນ, ອ້າຍຄູຢຸງ ກໍເຫັນໄດ້ເຖິງຄວາມສຳຄັນຂອງການສອນພາສາ ຫວຽດ ໃຫ້ແກ່ປະຊາຊົນທ້ອງຖິ່ນ. ອ້າຍຄູຢຸງ ແບ່ງປັນວ່າ:
 
       “ໃນຊຸມເດືອນປີທີ່ດຳລົງຊີວິດກັບພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ຂ້າພະເຈົ້າເຫັນໄດ້ວ່າເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກລຳບາກຄືແນວໃດ. ສະນັ້ນ, ຈຶ່ງບອກນຳຕົນເອງວ່າ ຈະປະກອບເຫື່ອແຮງຂອງຕົນເຂົ້າໃນການສອນພາສາ ຫວຽດ ໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍ. ຂ້າພະເຈົ້າຄິດວ່າ ນັ້ນແມ່ນແຫຼ່ງຊັບພະຍາກອນມະນຸດທີ່ສຳຄັນຂອງທ້ອງຖິ່ນນັ້ນໃນອະນາຄົດ. ແລະ ການໃຊ້ພາສາ ຫວຽດ ໄດ້ຢ່າງລ່ຽນໄຫຼ ຈະຊ່ວຍໃຫ້ພວກນ້ອງສາມາດຮັບເອົາຄວາມຮູ້ທາງດ້ານວິທະຍາສາດໄດ້ຢ່າງງ່າຍດາຍ ເພື່ອກັບມາສ້າງສາ, ພັດທະນາບ້ານເມືອງຂອງຕົນໃຫ້ດີຂຶ້ນ. ສຳລັບນັກສຶສາ ກຳປູເຈຍ ແລະ ລາວ, ການໃຊ້ພາສາ ຫວຽດ ໄດ້ຢ່າງຫຼ່ຽນໄຫຼ ແມ່ນເງື່ອນໄຂສຳຄັນເພື່ອໃຫ້ພວກນ້ອງຮຽນຕໍ່ ຫຼືເຮັດວຽກຢູ່ ຫວຽດນາມ. ນີ້ກໍແມ່ນແຫຼ່ງຊັບພະຍາກອນມະນຸດທີ່ສຳຄັນຕໍ່ການພັດທະນາເສດຖະກິດ ແລະ ສາຍພົວພັນໄມຕີຈິດມິດຕະພາບຂອງ 2 ປະເທດ.”
ອ້າຍຄູ ຢຸງ (ຜູ້ຢູ່ເບື້ອງຊ້າຍສຸດ) ພ້ອມດັວຍເອື້ອຍຄູ, ອ້າຍຄູ ໂຮງຮຽນ ມິດຕະພາບ T80
      ນັກຮຽນຢູ່ໂຮງຮຽນມິດຕະພາບ T80 ເກືອບທັງໝົດ ລ້ວນແຕ່ບໍ່ທັນຮູ້ພາສາ ຫວຽດ ມາກ່ອນ ແລະ ດຳລົງຊີວິດ, ຮ່ຳຮຽນຫ່າງໄກຈາກຄອບຄົວ, ຂາດການປົກຄອງ ແລະ ເບິ່ງແຍງຈາກພໍ່ແມ່. ສິ່ງດັ່ງກ່າວກໍໄດ້ສົ່ງຜົນກະທົບຕໍ່ການຮ່ຳຮຽນຂອງພວກນ້ອງສ່ວນໃດສ່ວນໜຶ່ງ. ມີອ້າຍຄູເອື້ອຍຄູຈຳນວນບໍ່ໜ້ອຍກໍ່ໄດ້ທໍ້ຖອຍກັບຄວາມຫຍຸ້ງຍາກຂອງອາຊີບເປັນຄູນີ້ແລ້ວ ແຕ່ຍ້ອນຄວາມຮັກຕໍ່ອາຊີບເປັນຄູໄດ້ຊ່ວຍໃຫ້ ອ້າຍຄູ ຢຸງ ຜ່ານຜ່າສິ່ງກີດຂວາງນາໆປະການໄປໄດ້. ສຳລັບນັກສຶກສາຊົນເຜົ່າສ່ວນໜ້ອຍ, ອ້າຍຄູ ຄົນນີ້ຍາມໃດກໍສອນໃຫ້ພວກນ້ອງມີຄວາມຮັກຕໍ່ພາສາ ຫວຽດນາມ ແລະ ເຮັດໃຫ້ເຂົາເຈົ້າເຂົ້າໃຈໄດ້ເຖິງຄວາມສຳຄັນຂອງການຮຽນພາສາ ຫວຽດ. ສ່ວນສຳລັບນັກສຶກສາ ກຳປູເຈຍ ແລະ ລາວ, ອ້າຍຄູ ຢຸງ ໄດ້ສະເໜີຕໍ່ຜູ້ອຳນວຍການໂຮງຮຽນ ສັບຊ້ອນຫ້ອງຮຽນ, ນັກຮຽນ, ນັກສຶກສາ ແລະ ອາຈານສອນໃຫ້ສະຫຼັບກັນ ເພື່ອສ້າງໂອກາດໃຫ້ເຂົາເຈົ້າໄດ້ພົວພັນແລກປ່ຽນ,  ຮຽນພາສາຫວຽດ ນຳກັນແລະກັນ ແລະ ກໍເປັນເງື່ອນໄຂສະດວກເພື່ອໃຫ້ຄູອາຈານກຳໄດ້ສະພາບການ ແລະ ມີການໜູນຊ່ວຍເຂົາເຈົ້າໄດ້ຢ່າງທັນການ.
            “ເຮົາກໍຮູ້ວ່າ, ພວກນ້ອງໄປຮຽນຫ່າງໄກຈາກຄອບຄົວ, ຄິດຮອດບ້ານ ແລະ ຂາດການເບິ່ງແຍງດູແລໂດຍກົງຈາກຄອບຄົວ, ສະນັ້ນ, ຂ້າພະເຈົ້າ ກໍຄືຄູອາຈານຫຼາຍຄົນໃນໂຮງຮຽນມິດຕະພາບ T80 ກໍມີຄວາມສະໜິດສະໜົມ, ໃກ້ຊິດ ແລະ ເບິ່ງແຍງດູແລພວກນ້ອງຢ່າງລອບຄອບຖີ່ຖ້ວນ. ນັບແຕ່ເມື່ອເປັນອາຈານສອນວິຊາ ຄະນິດສາດ, ຂ້າພະເຈົ້າໄດ້ເລືອກເອົາວິທີ “ມ່ວນເພື່ອຮຽນ”. ແຕ່ລະມື້, ຂ້າພະເຈົ້າລ້ວນແຕ່ໄດ້ກະກຽມບົດສອນແນວໃດໃຫ້ມີຊີວິດຊີວາທີ່ສຸດ, ແນະນຳພວກນ້ອງຮຽນພາສາ ຫວຽດ ຜ່ານການຫຼິ້ນເກມ, ການທວາຍ ແລະ ໃຫ້ພວກນ້ອງຮຽນເປັນກຸ່ມ ແລ້ວແຂ່ງຂັນກັນ.  ບັນດາຊົ່ວໂມງຮຽນເຫຼົ່ານັ້ນ ແມ່ນເຕັມໄປດ້ວຍສຽງຫົວ. ເຂົ້າເຈົ້າໄດ້ແລກປ່ຽນບົດຮຽນຢ່າງເມົາມົວ ແລະ ຈູບຈ້າວຫ້າວຫັນ, ຈາກນັ້ນ ພວກນ້ອງນັກຮຽນຈະຈົດຈຳຄວາມຮູ້ໃໝ່ໆໄດ້ຢ່າງງ່າຍດາຍ”.
            ນັບແຕ່ເມື່ອມາຮັບໜ້າທີ່ຢູ່ໂຮງຮຽນມິດຕະພາບ T80, ອ້າຍຄູ ຢຸງ ໄດ້ເຮັດຫຼາຍໜ້າທີ່ທີ່ແຕກຕ່າງກັນ. ຈາກອາຈານຄົນໜຶ່ງ ແລ້ວກາຍເປັນຫົວໜ້າໜ່ວຍງານວິຊາສະເພາະ, ຮອງຫົວໜ້າຫ້ອງການກໍ່ສ້າງ. ປີ 2014, ອ້າຍຄູ ຢຸງ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນຮອງຜູ້ອຳນວຍການໂຮງຮຽນ. ເຖິງວ່າຈະຢູ່ໃນຖານະຕຳແໜ່ງໃດກໍຕາມ, ແຕ່ ອາຈານ ຢຸງ ກໍລ້ວນແຕ່ພະຍາຍາມປະຕິບັດສຳເລັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ... ທ່ານນາງ ຈູກິມເຟື້ອງ, ຜູ້ອຳນວຍການໂຮງຮຽນ ແບ່ງປັນວ່າ:
             “ອາຈານ ຢຸງ ບໍ່ພຽງແຕ່ແມ່ນພະນັກງານທີ່່ເກັ່ງເທົ່ານັ້ນ ຫາກຍັງແມ່ນອາຈານຄົນໜຶ່ງທີ່ມີຄວາມສຸດຈິດສຸດໃຈກັບນັກຮຽນອີກດ້ວຍ. ອາຈານ ຢຸງ ໄດ້ຕິດພັນກັບໂຮງຮຽນແຫ່ງນີ້ນັບແຕ່ໄລຍະຫາກໍເປັນຄູ, ດຽວນີ້ມີໂອກາດຫຼາຍຢ່າງເພື່ອພັດທະນາ ແຕ່ ອາຈານ ຢຸງ ຍັງຕິດພັນກັບວຽກງານທີ່ຫຍຸ້ງຍາກ ແລະ ຮຽກຮ້ອງຕ້ອງມີຄວາມອົດທົນ ແລະ ຄວາມຮັກແພງຄືແນວນີ້ ດ້ວຍຄວາມສະໝັກໃຈ ບໍ່ພຽງແຕ່ມີຄວາມເມົາມົວກັບວິຊາສະເພາະຂອງຕົນ ຫຼື ຍົກອອກຂໍ້ລິເລີ່ມຫຼາຍຢ່າງເພື່ອຊ່ວຍການຮຽນການສອນມີປະສິດທິຜົນກວ່າເກົ່າເທົ່ານັ້ນ, ອາຈານ ຢຸງ ຍັງສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ຍ້ອນຄວາມຮັກແພງ, ສະໜິດຕິດພັນກັບນັກຮຽນກັບເພື່ອນຮ່ວມງານອີກດ້ວຍ. ອາຈານ ຢຸງ ແມ່ນແບບຢ່າງທີ່ໃສແຈ້ງ ເພື່ອໃຫ້ຄູອາຈານ, ພະນັກງານໃນໂຮງຮຽນຮ່ຳຮຽນເອົາ”.
            ໃນໄລຍະກວ່າ 30 ປີ ອຸທິດສ່ວນໃຫ້ແກ່ພື້ນຖານການສຶກສາ, ອ້າຍຄູ ຢຸງ ບໍ່ເຄີຍຄິດເຖິງເລື່ອງຈະພັກບຳນານ. ແຕ່ລະມື້, ອ້າຍຄູຄົນນີ້ ຍັງຕິດຕາມຄວາມກ້າວໜ້າຕ່າງໆຂອງນັກຮຽນຢ່າງງຽບໆ ເພື່ອສືບຕໍ່ຊັກນຳ. ອ້າຍຄູ ພຽງແຕ່ຫວັງວ່າ ເຮັດແນວໃດນ້ອງໆນັກຮຽນຍາມໃດກໍຕັ້ງໃຈຮຽນ, ຮັບເອົາຄວາມຮູ້ວິທະຍາສາດເຕັກນິກ ແລະ ພັດທະນາບຸກຄະລິກກະພາບ ເພື່ອກາຍເປັນພະນັກງານທີ່ດີ ກັບມາສ້າງສາບ້ານເກີດເມືອງນອນ, ສ້າງສາປະເທດຊາດ ແລະ ປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ໄມຕີຈິດມິດຕະພາບລະຫວ່າງ 3 ປະເທດ ຫວຽດນາມ - ກຳປູເຈຍ ແລະ ລາວ./.
(ແຫຼ່ງຄັດຈາກ VOV)