• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VOV ສືບຕໍ່ຢັ້ງຢືນບົດບາດເປັນອົງການສື່ມວນຊົນຫຼັກແຫຼ່ງແຫ່ງຊາດ

VOV ແມ່ນສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ອົງການສື່ມວນຊົນ, ການສື່ສານຫຼັກແຫຼ່ງມີຫຼາຍພາຫະນະ, ຫຼາຍພາສາຂອງພັກ, ລັດ
  (ທ່ານ ໂດ້​ຕຽນ​ຊີ້, ຜ​ູ້​ອຳ​ນວຍ​ການ​ໃຫຍ່ VOV)  

ຕອ​ນ​ເຊົ້າ​ວັນ​ທີ 02 ເມ​ສາ, ຢູ່ ຮ່າ​ໂນ້ຍ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV) ໄດ້​ຈັດ​ກອ​ງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ພາ​ລະ​ບົດ​ບາດ, ໜ້າ​ທີ່​ຂອງ VOV. ກອ​ງ​ປະ​ຊຸມ​ໄດ້​ປະ​ກາດ​ຂໍ້​ຕົກ​ລົງ​ເລກ​ທີ 16 ຂອງ​ກົມ​ການ​ເມືອງ. ຕາມນັ້ນ​ແລ້ວ, ນັບ​ແຕ່​ວັນ​ທີ 01 ເມ​ສາ 2026, VOV ແມ່ນ​ຫົວ​ໜ່ວຍ​ພາກ​ລັດ​ຂຶ້ນ​ກັບ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ພາຍ​ໃຕ້​ການ​ຊີ້​ນຳ​, ນຳ​ພາ​ໂດຍ​ກົງ ແລະ ເປັນ​ປະ​ຈຳ​ຂອງ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການ.

ຕາມ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ, VOV ແມ່ນ​ສະ​ຖາ​ນີວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ, ອົງ​ການ​ສື່ມວນ​ຊົນ, ​ການສື່​ສານ​ຫຼັ​ກ​ແຫຼ່ງ​ມີ​ຫຼາຍ​ພາ​ຫະ​ນະ, ຫຼາຍ​ພາ​ສາ​ຂອງ​ພັກ, ລັດ; ປະ​ຕິ​ບັດ​ໜ້າ​ທີ່​ລົງ​ຂ່າວ, ອອກ​ອາ​ກາດ​ຂໍ້​ມູນ​ຂ່າວ​ສານ​ທາງ​ການ​ຂອງ​ພັກ, ລັດ; ສ່ອງ​ແສງ​ການ​ດຳ​ເນີນ​ຊີ​ວິດ​ດ້ານ​ການ​ເມືອງ, ເສ​ດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ… ດ້ວຍ​ຄວາມເປັນ​ຈິງ.

​ເມື່ອ​ຊາບ​ຊຶມ​ທີ່ກອງ​ປະ​ຊຸມ, ທ່ານ ໂດ້​ຕຽນ​ຊີ້, ຜ​ູ້​ອຳ​ນວຍ​ການ​ໃຫຍ່ VOV, ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​, ຢືນ​ຢັນ​ວ່າ:

“ໃນ​ຄັ້ງ​ນີ້​ໄດ້​ເນັ້ນ​ໜັ​ກວ່າ VOV ແມ່ນ​ແກ່ນ​ສານ​ໃນ​ວຽກ​ງານ​ແນວ​ຄິດ​ວັດ​ທະ​ນະ​ທຳ​ໃນ​ຂົງ​ເຂດ​ກະ​ຈາຍ​ສຽ​ງ ແລະ ​ການສື່​ສານ. ​ຂໍ້ 8 ມາດ​ຕາ 2 ​ແມ່ນ​ຈັດ​ຕັ້ງ​ການ​ຜະ​ລິດ, ສົ່ງ​ສັນ​ຍານ, ອອກ​ອາ​ກາດ, ຈຳ​ໜ່າຍ, ເກັບ​ສຳ​ເນົາ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ, ໜັງ​ສື​ພິມ, ສື່​ເອ​ເລັກ​ໂຕ​ນິກ. ຫວັງ​ວ່າ, ບັນ​ດາ​ສະ​ຫາຍ​ຈະຄົ້ນ​ຄວ້າ​ຢ່າງ​ລະ​ອ​ຽດ ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງນີ້​ພວກ​ເຮົາ​ຈະ​​ຕ້ອງສືບ​ຕໍ່​ຊາບ​ຊຶມ​ຕື່ມອີກ”.

(ແຫຼ່ງຄັດຈາກ VOV)

ອີຢູ ແລະ ລັດເຊຍ ຖະແຫຼງສືບຕໍ່ໜູນຊ່ວຍ ກຸຍບາ

ອີຢູ ແລະ ລັດເຊຍ ຖະແຫຼງສືບຕໍ່ໜູນຊ່ວຍ ກຸຍບາ

ຄະນະກຳມະການ ເອີລົບ (ອີຊີ) ແຈ້ງໃຫ້ຊາບວ່າ ໄດ້ປ່ອຍບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 2 ລ້ານເອີໂລ (2,32 ລ້ານ USD) ໃຫ້ແກ່ ກຸຍບາ ຕື່ມອີກ

Top