• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍ ສະແດງຫຼັກໝັ້ນຢ່າງແຂງແຮງ ກ່ຽວກັບ ອະທິປະໄຕທະເລໝູ່ເກາະ

      ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຖະແຫຼງວ່າ ອະທິປະໄຕຂອງປະເທດນີ້ ຢູ່ເຂດທະເລ Natuna ແມ່ນສິ່ງທີ່ ບໍ່ອາດເອົາມາຕໍ່ລອງໄດ້

ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: TTXVN)
      ວັນທີ 6 ມັງກອນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຖະແຫຼງວ່າ ອະທິປະໄຕຂອງປະເທດນີ້ ຢູ່ເຂດທະເລ Natuna ແມ່ນສິ່ງທີ່ “ບໍ່ອາດເອົາມາຕໍ່ລອງໄດ້”. ຄໍາກ່າວປາໄສຂອງທ່ານປະທານາທິບໍດີ Joko Widodo ຍົກອອກມາໄດ້ເກືອບ 1 ອາທິດ ພາຍຫຼັງກໍ່າປັ່ນຫາປາ ແລະ ກໍ່າປັ່ນຕໍາຫຼວດທະເລຂອງ ຈີນ ກວ່າ 60 ລໍາລ່ວງລະເມີດເຂດທະເລ Natuna ທີ່ຂຶ້ນກັບໝູ່ເກາະ Riau ໃນລະຫວ່າງວັນທີ 19 – 24 ທັນວາ ຢ່າງຜິດກົດໝາຍ.
        ກ່ອນໜ້ານັ້ນ, ລັດຖະບານ ອິນໂດເນເຊຍ ກ່າວປະນາມ ຈີນ ລ່ວງລະເມີດເຂດເສດຖະກິດພິເສດ (EEZ) ຂອງຕົນ ແລະ ປະກາດວ່າ ຈະບໍ່ຮັບຮອງເສັ້ນທາງ 9 ຕອນ ໂດຍ ຈີນວາງອອກຕາມລໍາພັງຝ່າຍດຽວຢູ່ທະເລຕາເວັນອອກ ແລະ ຈະບໍ່ໄດ້ຮັບການຮັບຮອງຈາກກົດໝາຍສາກົນ, ພິເສດແມ່ນ ກົດບັດ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລ ປີ 1982.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top