• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນເດຍ ມອບທຶນການສຶກສາປະລິນຍາເອກກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ 1.000 ທຶນໃຫ້ແກ່ນັກສຶກສາ ອາຊຽນ

      ວັນທີ 16 ກັນຍາ, ອິນເດຍ ໄດ້ປະກາດຂໍ້ລິເລີ່ມ ມອບທຶນການສຶກສາປະລິນຍາເອກຈໍານວນ 1.000 ທຶນໃຫ້ແກ່ນັກສຶກສາ ອາຊຽນ ຢູ່ສະຖານບັນເຕັກໂນໂລຢີຂໍ້ມູນຂ່າວສານ (IIT) 23 ແຫ່ງຂອງປະເທດນີ້.

ບັນດາເອກອັກຄະລັດຖະທູດປະເທດອາຊຽນ ປະຈຳອິນເດຍ (ພາບ: baoquocte)
      ກ່າວຄໍາເຫັນທີ່ພິທີປະກາດ ທ່ານລັດຖະມົນຕີກະຊວງແຫຼ່ງຊັບພະຍາກອນມະນຸດ Ramesh Pokhriyal Nishank ໃຫ້ຮູ້ວ່າ ທຶນການສຶກສາ 1000 ທຶນນີ້ ມີບົດບາດສໍາຄັນໃນການປັບປຸງການພົວພັນລະຫວ່າງ ອິນເດຍ ກັບບັນດາປະເທດ ອາຊຽນ. ບ້ວງທຶນການສຶກສາດັ່ງກ່າວ ແມ່ນສ່ວນໜຶ່ງຂອງຄໍາໝັ້ນສັນຍາເພີ່ມທະວີການພົວພັນດ້ານວິຊາການສຶກສາກັບບັນດາປະເທດ ອາຊີຕາເວັນອອກ ເຊິ່ງທ່ານນາຍົກລັດຖະມົນຕີ Narendra Modi ໄດ້ຍົກອອກມາໃນປີ 2018. ໂຄງການທຶນການສຶກສາດັ່ງກ່າວມີີມູນຄ່າ ກວ່າ 40 ລ້ານ USD ເຊິ່ງໃນປີ 2019 ມີ 250 ທຶນ, ປີ 2020 ແມ່ນ 300 ທຶນ ແລະ ປີ 2021 ແມ່ນ 450 ທຶນ. ຕາມລັດຖະບານ ອິນເດຍ ແລ້ວ ບ້ວງທຶນການສຶກສາດັ່ງກ່າວ ຈະຈ່າຍຄ່າຮຽນ ແລະ ຄ່າກິນຢູ່ທັງໝົດໃນໄລຍະຫຼາຍສຸດແມ່ນ 5 ປີ ຂອງຫຼັກສູດຮຽນປະລິນຍາເອກ. ບັນດານັກສຶກສາຈະລົງທະບຽນຜ່ານ ປະຕູຖານຂໍ້ມູນຂ່າວດຽວ ແລະ ປະຕິບັດຕາມຂັ້ນຕອນລວມເທົ່ານັ້ນ ເພື່ອລົງທະບຽນເຂົ້າ 1 ໃນຈໍານວນລາຍຊື່ 23 ສະຖາບັນ IIT ຂອງອິນເດຍ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top