
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ໂຕນສິງແທ່ງ
(ພາບ:baotintuc.vn)
ໃນບົດກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ໂຕນສິງແທ່ງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງທະເລຕາເວັນອອກ, ໃນແງ່ມູມກ່ຽວກັບທີ່ຕັ້ງຍຸດທະສາດ ແລະ ບັນດາແຫຼ່ງຊັບພະຍາກອນທຳມະຊາດ. ທ່ານເອກອັກຄະລັດຖະທູດ ໂຕນສິງແທ່ງ ຖືວ່າ, ບັນດາຝ່າຍຖະແຫຼງອະທິປະໄຕຢູ່ທະເລຕາເວັນອອກຄວນລະງັບໃຈ ບໍ່ເຮັດໃຫ້ສະພາບການສັບສົມຂຶ້ນຕື່ມດ້ວຍວິທີປ່ຽນແປງສະພາບເດີມຢູ່ພາກພື້ນນີ້ ແລະ ເຄົາລົບ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC). ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດ ຍັງເນັ້ນໜັກເຖິງບົດບາດຂອງກຳລັງແຮງລວມໝູ່ຂອງບັນດາປະເທດໃນພາກພື້ນ, ກໍ່ຄືຂອງບັນດາປະເທດມະຫາອຳນາດນອກພາກພື້ນກໍ່ສຳຄັນທີ່ສຸດ, ໃນນັ້ນອິນເດຍ ຄວນສວມບົດບາດຕັ້ງໜ້າກວ່າອີກຢູ່ທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)