• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ​ຕຳ​ໜິ​ຕິ​ຕຽນ ຈີນ​ຍິງ​ລູກ​ສອນ​ໄຟ​ ຢ​ູ່ ທະ​ເລ​ຕາ​ເວັນ​ອອກ

ວັນທີ 27 ສິງຫາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ກ່າວເຕືອນວ່າ ບັນດາເຫດທົດລອງລູກສອນໄຟນຳວິຖີຂອງຈີນຢູ່ທະເລຕາເວັນອອກພວມນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

ລູກສອນໄຟ DF-26 ຂອງຈີນ (ພາບ: REUTERS)

ທຳນຽບ 5 ແຈ ດ້ານໜຶ່ງໄດ້ຢັ້ງຢືນວ່າ ກຳລັງຂອງຈີນໄດ້ຍິງລູກສອນໄຟນຳວິຖິ 4 ລູກໃນບັນດາບັ້ນຊ້ອມຮົບຢູ່ເຂດອ້ອມແອ້ມ ໝູ່ເກາະຮ່ວາງຊາ ຂອງຫວຽດນາມ, ພ້ອມທັງ ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ການກະທຳນີ້ພວມສ້າງຄວາມສົງໄສກ່ຽວກັບຄຳໝັ້ນສັນຍາຂອງຈີນໃນການຫຼີກລ້ຽງບັນດາການກະທຳທີ່ມີລັກສະນະເກາະຜິດ.

        ໃນຖະແຫຼງການສະບັບໜຶ່ງ, ທຳນຽບ 5 ແຈໄດ້ຊີ້ແຈ້ງວ່າ ບັນດາການກະທຳຂອງຈີນ, ໃນນັ້ນມີບັນດາເຫດທົດລອງລູກສອນໄຟ, “ໄດ້ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກຂາດສະຖຽນລະພາບຫຼາຍກ່ວາອີກ”.

(ແຫຼ່ງຄັດຈາກ VOV)

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top