• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽ​ນຢ​ັ້ງ​ຢືນ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ພິ​ຈາ​ລະ​ນາ​ຮັບ​ສະ​ໝັດ ຕີ​ມໍ-ເລສເຕເປັນ​ສະ​ມາ​ຊິກ

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ອັບເດດ ແລະ ປຶກສາຫາລືວຽກງານໜູນຊ່ວຍ ຕີມໍ-ເລສເຕເພື່ອແນໃສ່ຍົກສູງກຳລັງຄວາມສາມາດ, ກຽມພ້ອມທຸກໆວຽກງານໃຫ້ແກ່ເລື່ອງຕີມໍ-ເລສເຕ ເຂົ້າເປັນສະມາຊິກຂອງອາຊຽນ ໃນ3ເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ ແລະ ສັງຄົມ.


ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທາງອອນລາຍ ສະພາປະສານງານ ອາຊຽນ (ACCWG) ຄັ້ງທີ 10

(ພາບ: TTXVN)


ວັນທີ 8 ຕຸລາ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະ SOM ອາຊຽນຂອງ ຫວຽດນາມ ໄດ້ເປັນປະທານ ກອງປະຊຸມປະຕິບັດງານ ສະພາປະສານງານ ອາຊຽນ (ACCWG) ກ່ຽວກັບການພິຈາລະນາຮັບສະໝັກ ຕີມໍ-ເລສເຕ ເປັນສະມາຊິກ. ກອງປະຊຸມມີການເຂົ້າຮ່ວມຂອງເຈົ້າໜ້າທີ່ອາວຸໂສ ບັນດາປະເທດ ອາຊຽນຂຶ້ນກັບ 3 ເສົາຄ້ຳແມ່ນ: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ ພ້ອມກັບຜູ້ຕາງໜ້າຄະນະເລຂາອາຊຽນ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ອັບເດດ ແລະ ປຶກສາຫາລືວຽກງານໜູນຊ່ວຍ ຕີມໍ-ເລສເຕເພື່ອແນໃສ່ຍົກສູງກຳລັງຄວາມສາມາດ, ກຽມພ້ອມທຸກໆວຽກງານໃຫ້ແກ່ເລື່ອງຕີມໍ-ເລສເຕ ເຂົ້າເປັນສະມາຊິກຂອງອາຊຽນ ໃນ3ເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ ແລະ ສັງຄົມ. ທ່ານ ຫງວຽນກ໊ວກຢຸງໃຫ້ຮູ້ວ່າ: ເຖິງວ່າປະສົມກັບຄວາມຫຍຸ້ງຍາກຈາກໂລກລະບາດ Covid – 19 ກໍ່ຕາມ, ແຕ່ບັນດາຝ່າຍຍັງຄົງມານະພະຍາຍາມຮັບປະກັນໃຫ້ວິວັດທະນາການພິຈາລະນາ ແລະ ຮັບສະໝັກ ຕີມໍ-ເລສເຕເປັນສະມາຊິກອາຊຽນ.

        ບັນດາຜູ້ແທນອາຊຽນໄດ້ຕີລາຄາສູງຄວາມຕັດສິນໃຈ ແລະ ມານະພະຍາຍາມຂອງ ຕີມໍ-ເລສເຕ ມຸ່ງໄປສູ່ການເຂົ້າຮ່ວມອາຊຽນ, ພ້ອມທັງເຫັນດີເປັນເອກະພາບສືບຕໍ່ໜູນຊ່ວຍ ຕີມໍ-ເລສເຕ ຍົກສູງກຳລັງຄວາມສາມາດ ເພື່ອຕອບສະໜອງໄດ້ບັນດາເງື່ອນໄຂ ແລະ , ພັນທະສະມາຊິກຂອງອາຊຽນເທື່ອລະກ້າວ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top