ຂ່າວສານ
ອາຊຽນ 2020 : ຊຸກຍູ້ການຮ່ວມມືໃຫ້ເໝາະສົມກັບເປົ້າໝາຍກໍ່ສ້າງອາຊຽນໃຫ້ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີ, ຫົວໜ້າ SOM ອາຊຽນ ຫວຽດນາມ
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໄດ້ເຂົ້າຮ່ວມການເຈລະຈາໃນຖານະເປັນປະທານອາຊຽນ 2020.
ກ່າວຄຳເຫັນທີ່ການເຈລະຈາ, ທ່ານຫງວຽນກ໊ວກຢຸງເນັ້ນໜັກວ່າ : ດ້ວຍຫົວຂໍ້ອາຊຽນ 2020 ແມ່ນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ຫວຽດນາມໄດ້ເປັນເຈົ້າການ ແລະ ຊຸກຍູ້ບັນດາຄວາມມານະພະຍາຍາມລວມຂອງ ອາຊຽນໃນການຮັບມືກັບບັນດາຜົນກະທົບຈາກໂລກລະບາດ Covid – 19 ໂດຍໄວ.
ທ່ານ ຫງວຽນກ໊ວກຢຸງ ໄດ້ສະເໜີບາງການກຳນົດທິດເພື່ອແນໃສ່ປະຕິບັດວິວັດການໜູນຊ່ວຍກັນໄລຍະ 2020 – 2025 ຢ່າງມີປະສິດທິຜົນ, ໃນນັ້ນມີເລື່ອງຖືມະນຸດເປັນໃຈກາງໃນວິວັດການວາງແຜນນະໂຍບາຍ ກໍ່ຄືການຜັນຂະຫຍາຍບັນດາໂຄງການຕ່າງໆ.
ໃນບົດບາດເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ຫວຽດນາມຈະສືບຕໍ່ຊຸກຍູ້ການຮ່ວມມືພັດທະນາແບບຍືນຍົງ ໃຫ້ເໝາະສົມກັບເປົ້າໝາຍກໍ່ສ້າງອາຊຽນໃຫ້ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການ ຮັບມື, ມຸ່ງໄປເຖິງການຫັນວິໄສທັດ ອາຊຽນ2025ໃຫ້ປະກົດຜົນເປັນຈິງ.
(ແຫຼ່ງຄັດຈາກ VOV)