• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ແລະ ອົດ​ສະ​ຕາ​ລີ ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19

ລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດສະມາຊິກອາຊຽນ ແລະ ອົດສະຕາລີມີແຜນການຈັດຕັ້ງກອງປະຊຸມພິເສດຕາມຮູບການທາງອອນລາຍໃນວັນທີ 30 ມິຖຸນາ ເພື່ອປຶກສາຫາລືສະພາບການໂລກລະບາດ Covid – 19. 
ຄາດວ່າ, ທີ່ກອງປະຊຸມ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ແລະ ອົດສະຕາລີ ຈະແລກປ່ຽນບົດຮຽນ, ປະສົບການປະຕິບັດບັນດາມາດຕະການຮັບມືກັບໂລກລະບາດ Covid – 19 ຢ່າງມີປະສິດທິຜົນ. ເຈົ້າໜ້າທີ່ບັນດາປະເທດກໍ່ໄດ້ປຶກສາຫາລືບັນດາວິທີການເພີ່ມທະວີການພົວພັນຮ່ວມມື ແລະ ຄູ່ຮ່ວມມືລະຫວ່າງ ອາຊຽນ ກັບອົດສະຕາລີໃນບັນດາຂົງເຂດທັງໝົດເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ, ພິເສດແມ່ນໃນຂົງເຂດການແພດສາທາລະນະແບບສຸກເສີນ ແລະ ການຟື້ນຟູເສດຖະກິດໄລຍະຫຼັງ ໂລກລະບາດ Covid – 19. ນອກຈາກນັ້ນ, ສອງຝ່າຍກໍ່ໄດ້ວາງທິດທາງການຮ່ວມມືທີ່ຈະມາເຖິງ ໃນໄລຍະປະສົບກັບຄວາມຫຍຸ້ງຍາກຈາກບັນດາສິ່ງທ້າທາຍທົ່ວໂລກທີ່ຍາກຈະຄາດຄະເນລ່ວງໜ້າໄດ້ຂອງໂລກລະບາດ Covid – 19.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top