ເມື່ອຕອບສຳພາດຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ John Kerry ເນັ້ນໜັກວ່າ: ເລື່ອງປອດການທະຫານແມ່ນມາດຕະຖານລວມຕ້ອງໄດ້ຮັບການນຳໃຊ້ສຳລັບທຸກໆປະເທດກ່ຽວຂ້ອງເຖິງທະເລຕາເວັນອອກ. ທ່ານ Kerry ສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງຕໍ່ໜ້າການຜັນແປນີ້ ແລະ ໃຫ້ຮູ້ວ່າ ໃນຊຸມວັນຈະມາເຖິງ ອາເມລິກາ ຈະໂອ້ລົມ “ຢ່າງເຄັ່ງຄັດ” ກັບ ຈີນກ່ຽວກັບບັນຫານີ້.
ໂຄສົກກະຊວງການຕ່າງປະເທດ ອາເມລິກາ Mark Toner ກໍກ່າວເຕືອນວ່າຖ້າຫາກ ຈີນ ຜັນຂະຫຍາຍລູກສອນໄພຢູ່ເກາະ ຟູ໋ເລີມ ຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ໃນຂະນະນັ້ນ, ໂຄສົກທຳນຽບຂາວ Josh Earnest ກໍ່ກະຕຸກຊຸກຍູ້ບັນດາຝ່າຍກ່ຽວຂ້ອງເຮັດແຈ້ງວ່າບັນດາຄຳຮຽກຮ້ອງອະທິປະໄຕຜືນແຜ່ນດິນຢູ່ທະເລຕາເວັນອອກ ແມ່ນຕ້ອງອີງໃສ່ກົດໝາຍສາກົນ ແລະ ຄຳໝັ້ນສັນຍາແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ.
(ແຫຼ່ງຄັດຈາກ VOV)