ກອງປະຊຸມລັດຖະມົນຕີ ອາຊຽນ ຄັ້ງທີ 12 ກ່ຽວກັບອາດຊະຍາກຳຂ້າມຊາດ (AMMTC) ໄດ້ຈັດຂຶ້ນໃນເດືອນ ຕຸລາ 2018 ຢູ່ນະຄອນຫຼວງ ເນປີດໍ ຂອງ ມຽນມາ ຊຶ່ງໄດ້ຮັບຮອງເອົາແຜນ ການຕ້ານການກໍ່ການຮ້ານ ແລະ ແຜນການປະຕິບັດ ຕ້ານການ ກໍ່ການຮ້າຍ (2018-2025) ຂອງ ອາຊຽນ ໂດຍມີຈຸດປະສົງ ເພື່ອປ້ອງກັນ ແລະ ສະກັດກັ້ນການຟື້ນຕົວ ຂອງລັດທິ ກໍ່ການ ຮ້າຍ ແລະ ລັດ ທິຫົວຮຸນແຮງ. |
ASEANAPOL ໄດ້ຮັບການສ້າງຕັ້ງເມື່ອປີ 1979 ໂດຍມີຈຸດ ປະສົງ ເພື່ອເຊື່ອມໂຍງກັບກຳລັງຕຳຫຼວດ ບັນດາປະເທດໃນ ພາກພື້ນ, ສ້າງກຳລັງແຮງສັງລວມເພື່ອຕ້ານ ອາດຊະຍາກຳ ຂ້າມຊາດ ປະເພດຕ່າງໆ. ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ມາເຖິງ ປັດຈຸບັນ, ASEANAPOL ມີການພັດທະນາຢ່າງຕັ້ງ ໜ້າ ດ້ວຍຈຳນວນສະມາຊິກ 10 ປະເທດ ເປັນຄູ່ຮ່ວມມືສົນ ທະນາ ແລະ ຜູ້ສັງເກດການ 6 ປະເທດ. ເປົ້າໝາຍຂອງ ASEAN APOL ແມ່ນຮ່ວມມືເພື່ອຕໍ່ສູ້, ສະກັດກັ້ນ, ຕ້ານອາດ ຊະຍາກຳປະເພດຕ່າງໆ ທີ່ເກີດຂຶ້ນໃນພາກພື້ນຄື: ໂຈນສະລັດ ທາງທະເລ, ຊື້ຂາຍຢາເສບຕິດ, ສໍ້ໂກງທາງດ້ານເສດຖະກິດ, ການເງິນ ແລະ ອື່ນໆ.
ໃນເດືອນ ກັນຍາ ຜ່ານມາ, ກອງປະຊຸມຜູ້ບັນຊາການຕຳຫຼວດ ຂອງ ບັນດາປະເທດ ອາຊຽນ (ASEANAPOL) ຄັ້ງທີ 39 ໄດ້ ຈັດຂຶ້ນຢູ່ຮ່າໂນ້ຍ ເພື່ອສືບຕໍ່ ການຮ່ວມມື ໃນການຕໍ່ສູ້, ປ້ອງ ກັນ, ຕ້ານອາດຊະຍາກໍາ 10 ປະເພດ ຢູ່ພາກພື້ນຄື: ຊື້ຂາຍຢາ ເສບຕິດທ່ີຜິດກົດໝາຍ; ການກໍ່ການຮ້າຍ; ການຄ້າຂາຍອາວຸດ ເຖື່ອນ; ການຄ້າມະນຸດ; ອາດຊະຍາກໍາດ້ານການຄ້າ, ສໍ້ໂກງ ບັດທະນາຄານ ແລະ ບັດເຄຣດິດ; ອາດຊະຍາກຳນໍາໃຊ້ ເຕັກ ໂນໂລຢີສູງ; ເຮັດເອກະສານເດີນທາງປອມ; ການສໍ້ໂກງຂ້າມ ປະເທດ; ຄ້າຂາຍສັດປ່າ ແລະ ອາດຊະຍາກຳ ໃນຂົງເຂດເດີນ ເຮືອທະເລ.
ທ່ານພົນຈັດຕະວາ ເຈິ່ນວັນເວະ, ຫົວໜ້າຫ້ອງການ ຕຳຫຼວດ ສືບສວນ ກະຊວງຕຳຫຼວດ ຫວຽດນາມ ໃຫ້ຮູ້ວ່າ ໃນປັດຈຸບັນ, ສະພາບຄະດີອາດຊະຍາກຳ, ໂດຍສະເພາະແມ່ນ ຄະດີອາຍາ ມີຫຼາຍກໍລະນີໄດ້ຖືວ່າ ເປັນຄະດີສາກົນ. ຫຼັງຈາກໄດ້ກາຍເປັນ ສະມາຊິກຂອງສະມາຄົມ ອາຊຽນ ຢ່າງເປັນທາງການ, ຕຳ ຫຼວດ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມ ASEANAPOL, ເປັນອົງ ການຕຳຫຼວດຂອງ 10 ປະເທດ ຢູ່ອາຊີຕາເວັນອອກ ສ່ຽງໃຕ້. ການປະສານສົມທົບລະຫວ່າງ ກຳລັງຕຳຫຼວດ ຫວຽດນາມ ແລະ ບັນດາປະເທດ ASEANAPOL ໃນໄລຍະຜ່ານມາ ມີ ປະສິດທິພາບສູງ. ໃນຊຸມປີ ມໍ່ໆ ມານີ້, ມີຫຼາຍຄະດີຊື້ຂາຍຢາ ເສບຕິດ ຖືກຕຳຫຼວດ ຫວຽດນາມ, ລາວ, ກຳປູເຈຍ ແລະ ໄທ ຮ່ວມກັນແກ້ໄຂ.
ກ່າວຄໍາເຫັນໃນກອງປະຊຸມ, ທ່ານພົນເອກ ໂຕເລີມ, ກຳມະ ການກົມການເມືອງ, ລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ຢືນຢັນວ່າ: ASEANAPOL ມີບາດກ້າວພັດທະນາທີ່ໜ້າ ຮັບຮອງຜ່ານການເຄື່ອນໄຫວຮ່ວມມືສະກັດກັ້ນ, ຕ້ານອາດຊະຍາກຳຂ້າມຊາດ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດປ້ອງກັນຄວາມສະຫງົບໃຫ້ແກ່ບັນດາປະເທດ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ ແລະ ຮັບປະກັນຄວາມຜາສຸກ ໃຫ້ແກ່ປະຊາຊົນ.
“ຕຳຫຼວດ ຫວຽດນາມ ຍາມໃດກໍ່ເປັນເຈົ້າການ ຢ່າງຕັ້ງໜ້າ, ປະສານສົມທົບ ຢ່າງມີປະສິດທິຜົນ ກັບບັນດາປະເທດໃນການ ຕໍ່ສູ້, ສະກັດກັ້ນ, ຕ້ານອາດຊະຍາກຳຂ້າມຊາດ, ຜ່ານການ ແລກ ປ່ຽນຂໍ້ມູນ ຂ່າວສານກ່ຽວກັບອາດຊະຍາກຳ ແລະ ສົມ ທົບກັນ ໃນການສືບສວນ ຜ່ານຫຼາຍຊ່ອງທາງ, ກົນໄກ ຈາກ ສອງຝ່າຍ, ຫຼາຍຝ່າຍ ກໍ່ຄືໃນລະດັບພາກພື້ນ”.
ທ່ານ Kenechanh Phommachack, ຜູ້ອຳນວຍການ ບໍລິຫານງານເລຂາ ASEANAPOL.
|
ບົດ: VNP ສັງລວມ - ພາບ: VNA, AFP